Mueang Chang Tourism.Co.,Ltd
Contact information, map and directions, contact form, opening hours, services, ratings, photos, videos and announcements from Mueang Chang Tourism.Co.,Ltd, Health/Beauty, Vientiane.
รับจัดทริปท่องเที่ยวลาว,บริการถนำเที่ยว,นำเที่ยวเที่ยวลาวกับไกด์พลคนพื้นที่,บริการที่พัก และจองตั๋วรถไฟความเรวสูง ลาว-จีน
🧰สอบถามข้อมูนเพี่มเตีมได้:
☎️Call:(+85620) 56663698
📩Mail: naththaphon99
📗LineID:moutouy9997
📍ไกด์พล
(🇹🇭🇱🇦🇻🇳🇰🇷🇨🇳🇯🇵)
02/05/2026
ທ່ຽວລາວ🇹🇭🇱🇦
22/04/2026
ອັນເຊີນອົງພຣະມ່ານ ແລະ ເລີ້ມການຫົດສົງອົງພຣະເຈົ້າໝ່ານ ແລະກອງບຸນ 84,000 ພຣະທັມມະຂັນ ປະຈໍາປີ 2026
ພິທີອາຣາດຖະນາອົງພຣະເຈົ້າໝ່ານ ອົງພຣະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ ຂອງປວງຊົນລາວ ໂດຍສະເພາະຊາວຫຼວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນ ຫຼວງພະບາງ ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້ ເລີ້ມຈາກພຣະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພຣະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ ແລ້ວອັງເຊີນອົງພຣະເຈົ້າໝ່ານຂື້ນປະທັບໃນຫໍສົງ ແລະພຣະສົງ-ສາມະເນນ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ກ່ອນດຳເນີນການຫົດສົງຢ່າງເປັນທາງການ. ທ່ານ ຄຳຕັນ ພວງສະຫວັດ ນາຍບ້ານຊຽງທອງ-ຄີລີ ໄດ້ໃຫ້ສຳພາດວ່າ: ການຫົດສົງອົງພະເຈົ້າໝ່ານ ໄດ້ຈັດຂື້ນທຸກປີ ພາຍຫຼັງສຳເລັດການສະເຫຼີມສະຫຼອງບຸນ ຕຸດສົງການປີໃໝ່ລາວ ເພື່ອຂໍພອນໃນໂອກາດປີໃໝ່, ນອກຈາກການຫົດສົງອົງພຣະໝ່ານ ໄດ້ມີການຈັດຕັ້ງກອງບຸນ 84,000 ພຣະທັມມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ເຊີ່ງເປັນກອງບຸນທີ່ຈັດຂື້ນເພື່ອລະດົມວັດຖຸປັດໄຈ ຊຸກຍູ້ພຸດທະສາສະໜາຢູ່ພາຍໃນແຂວງ, ເຊີ່ງໃນປີນີ້ ໄດ້ມີຊາວພຸດທະສາທະນິກະຊົນ ທັງພາຍໃນ-ຕ່າງປະເທດ ແລະພາຍໃນແຂວງຮ່ວມອານຸໂມທະນາຈັດຕັ້ງກອງບຸນ ຈື່ງຮຽກຮ້ອງໃຫ້ ມວນຊົນຊາວຫຼວງພະບາງ ລວມທັງແຂກພາຍໃນ ແລະຕ່າງປະເທດ ພ້ອມກັນອານຸໂມທະນາບຸນ ແລະຮ່ວມຫົດສົງອົງພະມ່ານ ເພື່ອໃຫ້ເກີດຄວາມເປັນສລິມຸງຄຸນ ແກ້ຕົນເອງ-ຄອບຄົວ ແລະສັງຄົມ.
ເຂົ້າຮ່ວມພິທີອົງເຊີນອົງພະມ່ານລົງຫົດສົງໃນປີນີ້ ນຳພາໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ, ມີພະເຖຣາ-ນຸເຖຣະ, ພ້ອມດ້ວຍ ທ່ານ ຊາຍພອນ ຈັນທຸມມາ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນຳນະຄອນ ແລະມວນຊົນຊາວຫຼວງພະບາງ ເຂົ້າຮ່ວມເປັນຈຳນວນຫຼາຍ. ສໍາລັບການຫົດສົງອົງພຣະໝ່ານ ປີນີ້ ຈະດໍາເນີນຈົນເຖີງ ຕອນແລງຂອງວັນທີ່ 26 ເມສາຈື່ງຈະສໍາເລັດ, ຈື່ງຂໍເຊີນຊວນມວນຊົນ ຊາວຫລວງພະບາງ ພ້ອມດ້ວຍແຂກທັງພາຍໃນ ແລະຕ່າງປະເທດ ໄປຮ່ວມຫົດສົງອົງພຣະໝ່ານ ແລະຮ່ວມອານຸໂມທະນາບຸນ ຕາມກຳລັງສັດທາ.
ຂ່າວ: ອາພຸດເດດ ບຸບຜາ
ພາບ: ທະນູສິນ ອິດທິພົນ
#ວັດຊຽຽທອງ
#ອົງພຮະໜ່ານ
#ແຂວງຫລວງພະບາງ
20/04/2026
ພະບາງຄືພະສັກສິດຄູ່ບ້ານຄູ່ເມືອງຂອງຊາວລາວ ຫຼວງພະບາງໃຫ້ຄວາມເຄົາລົບນັບຖືຕັ້ງແຕ່ໃດມາຈົນເຖີງປະຈຸບັນເເລະທຸກໆປີຈະມີການອັງເຊີນພະບາງເພື່ອການກາລະບູຊາກາບໄຫວ ຂໍພອນ ໃຫ້ລູກຫຼານ ຊາວລາວທຸກຄົນຢູ່ເຢັນເປັນສຸກ
ຮຸງເຮືອງສີວິໄລ ທົວທຸກປ່ວງຊົນ. ສາທຸ ສາທຸ ສາທຸ
📷 Bla Phoummy
17/04/2026
ພາບບັນຍາກາດກອງປະກວດນາງສັງຂານ ຫຼວງພຣະບາງ ປະຈຳປີ 2026 ທີ່ກອງປະກວດ ນະຄອນຫຼວງພຣະບາງ ເມືອງມໍລະດົກໂລກ
ນ້ອງ ປະກາຍຟ້າ ໝາຍເລກ 10
16/04/2026
ສົງນ້ຳພຣະ ມື້ສຸດທ້າຍຂອງລູກສາວພະຍາກະບິນລະພຣົມ ນະຫຼວງພຣະບາງ ເມືອງ ມໍລະດົກໂລກ
16/04/2026
ຂະບວນນາງສັງຂານທັງ 7 ຂຶ້ນປະທັບນັ່ງສູ່ຍານພາຫະນະໝູແລ້ວ ກະກຽມເຄື່ອນຂະບວນອອກຈາກວັດຊຽງທອງສູ່ວັດພຣະມະຫາທາຕຸ ນະຄອນຫລວງພຣະບາງ ໃນມື້ສັງຂານຂຶ້ນ ປີໃຫມ່ລາວ ຈສ 1388 ໃນວັນທີ 16 ເມສາ ພສ 2569
15/04/2026
ຂະບວນແຫ່ວໍ່ ແລະ ຂະບວນແຫ່ ນາງສັງຂານ ຫລວງພະບາງ ພສ 2026
#ຫຼວງພຣະບາງ
#ນາງສັງຂາຍລາວຫຼວງພະບາງປີ2026
15/04/2026
ພິທີແຫ່ນາງສັງຂານ ເລີ່ມແລ້ວ ງົດງາມຫຼາຍ
ຮູບພາບໂດຍ: Bla poummy
Click here to claim your Sponsored Listing.