Kenthao District Hospital

Kenthao District Hospital

Share

ບໍລິການເຕັມຄວາມສາມາດ ສະອາດທຸກລະບົບ ປະຢັດງົບທຸກຝ່າຍ ສະບາຍໃຈຜູ້ມາຮັບໃຊ້ບໍລິການ

Photos from Kenthao District Hospital's post 27/07/2026

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2026 ໂຮງໝໍເມືອງແກ່ນທ້າວໄດ້ຈັດພິທີ ວາງສີລາລຶກ (ຕັ້ງເສົາເຂັມ) ກໍ່ສ້າງ-ສ້ອມແປງ ໂຮງໝໍເມືອງແກ່ນທ້າວ ໂດຍໄດ້ຮັບທືນການຊ່ວຍເຫລືອຈາກລັດຖະບານ ມູນຄ່າລວມ 12 ຕື້ກວ່າກີບ ໂດຍບໍລິສັດ ດວງຈັນຮຸ່ງເຮືອງ ເປັນຜູ້ຮັບເໝົາກໍ່ສ້າງ. ປະກອບດ້ວຍ 2 ອາຄານ ຄື ອາຄານປື່ນປົວຄົນເຈັບ ແລະ ສາງຢາ , ອານຄານຕຶກສຸກເສີນ ເພື່ອເປັນການຮັບຮອງແກ່ຜູ້ມາຮັບໃຊ້ບໍລິການໃຫ້ພຽງພໍ.

Photos from Kenthao District Hospital's post 23/06/2026

ພິທີປາຖະກາຖາ ວັນສາທາລະນະສຸກ 18 ມິຖຸນາ ຄົບຮອບ 61 ປີ ແລະວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ໄດ້ຈັດຂື້ນຫ້ອງວ່າການປົກຄອງເມືອງ ໃນວັນທີ 23/6/2026 ມີທັງຄະນະນຳຂອງເມືອງ,ພາກສ່ວນຫ້ອງການຕ່າງໆ, ນາຍບ້ານ ,ພະນັກງານອາວຸໂສບຳນານ ແລະ ພະນັກງານແພດຫມໍເຂົ້າຮ່ວມ ຈຳນວນ 142 ທ່ານ, ຍິງ 78 ທ່ານ.

Photos from Kenthao District Hospital's post 16/05/2026

ເມືອງແກ່ນທ້າວ ເປີດຂະບວນການອະນາໄມທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນພະຍາດໄຂ້ເລືອດອອກ
ໃນວັນທີ 15 ພຶດສະພາ 2026 ນີ້, ຢູ່ທີ່ບ້ານຫ້ວຍຫຼອດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເປີດຂະບວນການອະນາໄມ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ). ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການຮັກສາສຸຂະພາບຂັ້ນເມືອງ, ອົງການປົກຄອງບ້ານຫ້ວຍຫຼອດ ແລະ ບ້ານອ້ອມຂ້າງ, ພ້ອມດ້ວຍພະນັກງານແພດໝໍ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

08/11/2025
05/11/2025

#ແຈ້ງມາຍັງພໍ່ແມ່ປະຊາຊົນຊາວເມືອງແກ່ນທ້າວຜູ້ທີ່ມີບັນຫາທາງສາຍຕາແລະແກ່ນຕາຂຸ້ນເຂົ້າມາກວດນຳທີມງານຊ່ຽວຊານຕາທີ່ຈະມາໃນວັນທີ່ 20-21/11/2025 ທີ່ໂຮງຫມໍເມືອງແກ່ນທ້າວ.

Photos from ST.Nurse's post 02/11/2025
31/10/2025

Category

Telephone

Website

Address


Muang Kènthao

Alerts

Be the first to know and let us send you an email when Kenthao District Hospital posts news and promotions. Your email address will not be used for any other purpose, and you can unsubscribe at any time.

Subscribe

We will notify you when anything happens in Muang Kènthao.