Love STK

Love STK

Share

ແພດ​ທາງ​ເລືອກ​ສຸຂະພາບ​ທີ່ດີ​ຂອງຄົນທີ​ທ່ານ​ຮັກ, ທ່ານ​ເອງ​ສຸຂະພາບ​ແລະ​ການ​ຮັກສາ​ປິ່ນປົວ​ພະຍາດ​ຕ່າງ​ໆ​

07/03/2024

ສຸກ​ສັນ​ວັນ​ແມ່ຍິງ​ສາກົນ
International Worker's Day
ປີ​ນິ້​ຂໍ​ໃຫ້​ແມ່​ທຸກ​ຄົນ​ມີ​ຄວາມ​ສຸກ​ຫລາຍ​ໆ, ມີ​ສຸຂະພາບ​ແຂງແຮງ ລໍ່າ​ລວຍເງິນ,ທອງເງິນໄຫລນອງທອງໄຫລເຂົ້າເດີ
#ວັນ​ແມ່​ຍິງ​ສາ​ກົນ
#​Women's Day

19/12/2023

ສະບາຍດີ ທາງຄຼີນິກແພດທາງເລືອກ ຂອງພວກເຮົາ

ນອກຈາກກວດລະບົບເລືອດແລ້ວ ທາງຄຼີນິກຍັງ ECHO ນຳອີກ

ລາຄາແຕ່ລະລາຍການ ECHO ແມ່ນແຕກຕ່າງກັນ

ສົນໃຈຈອງຄິວກວດ ແລະ ສອບຖາມລາຍລະອຽດເພີ່ມເຕີມໄດ້:

ເບີ​ໂທ​ແລະ​ເບີວອດ​ແອັບ​📲​02097961634, 02076718933

19/12/2023

ສະບາຍດີ ທາງຄຼີນິກແພດທາງເລືອກ ຂອງພວກເຮົາ

ນອກຈາກກວດລະບົບເລືອດແລ້ວ ທາງຄຼີນິກຍັງ ECHO ນຳອີກ

ລາຄາແຕ່ລະລາຍການ ECHO ແມ່ນແຕກຕ່າງກັນ

ສົນໃຈຈອງຄິວກວດ ແລະ ສອບຖາມລາຍລະອຽດເພີ່ມເຕີມໄດ້:
ໂທ​ເບີ​ໂທ​ແລະ​ເບີແອບ​02097961634, 02076718933

07/10/2023

ບົດກອນ “ອວຍພອນຄູ”
ຂໍມອບກອນບົດນີ້ ຍໍຍື່ນຍັງຄູ
7ຕຸລາວຽນມາ ຢ່ອງເຢືອນຢາມຢື້
ຂໍຍໍມືນົບໄຫວ້ ສົ່ງພອນໄຊປະເສີດ
ແກ່ຄູລາວທົ່ວຄ້າຍ ເດີນພາຍໜ້າຮຸ່ງກວ່າຫຼັງ ນັ້ນທ້ອນ...
07/ຕຸລາ/2023

ບົດ​ກອນ “ອວຍພອນ​ຄູ”

ຮຽມ ຂໍຍໍມື​ນອບ​ນ້ອມ.​....​ ​ເໜືອສຽນວັນ​ທາ
ມີ​ມາລາ​ດວງ​ຫອມ...........​ ກາບກອນ​ກະວີ​ມາ​ຕ້ອນ
ຂໍ​ອວຍພອນ​ແດ່​ເຈົ້າ.........​ຄຸນ​ຄູ​ຜູ້​ສອນ​ສັ່ງ
​ສຸກສົມ​ຫວັງ​ຂໍ​​ໃຫ້​ມາ​ໂຮມ​ເຕົ້າ.....ຢ່າໝອງ​ເສົ້າ​ເ​ກົ່າສີ ​​
ຄຸນ​ຄູ​ມີມາກລົ້ນ...........​ ສູງ​ສົ່ງ​ພະສຸທາ
ລ້ານ​ເພັດນິນ​ຈິນດາ.......ບໍ່ປຽບປູນ​ປານ​ຄຸນເຈົ້າ
ນັບ​​ເອົາດິນ ​ແລະ ຟ້າ ....​ມະຫາ​ທີ​ອັນ​ກ້ວາງ​ໃຫ່ຍ
ມາ​ຊັ່ງ​ຊາ​ກໍ​ບໍ່​ໄດ້..........​ ຄຸນ​ເຈົ້າ​ປະ​ເສີດ​ສູງ ຄູ​ເອີຍ
​ເຈັດ​ຕຸລາ​ປີ​ນີ້.............​ຂໍ​​ ອວຍ​ແດ່ພອນ​ໄຊ
​ໄປ​ຍັງ​ຄູ-​ອາຈານ........​ຜູ້​ສອນ​ສົ່ງ​ຄວາມ​ຮູ້
ຂໍ​ຈົ່ງ​ສຸກ​ຢູ່​ສ້າງ............​ຊີວາ​ເກັ່ງ​ກ້າ​ແກ່ນ
ເງິນໝື່ນ​ແສນ​ໃຫ້​ໂຮມ​ເຕົ້າ......​ຫຼັ່ງ​ໄຫຼ​ເຂົ້າ​ຢ່າ​ຂາ​ດສາຍ
ທ້າຍ​ນີ້ ຂໍ​ໂອຍ​ພອນ​ແດ່​ເຈົ້າ......​ ຄຸນ​ຄູບາ​ອາຈານ
​ໃຫ້​ທ່ານ​ມີ​ຄວາມສຸກ......​ຢູ່​ສະບາຍ​ກາຍ​ເນື້ອ
ອັນວ່າ​ໂລຄາ​ຮ້າຍ.......​ຫວັດ​ໄອ​ຈົ່ງ​​ໄກຫ່າງ
ສຸຂະ​ວັນນະ​ຂໍ​ຈົ່ງ​ໃຫ້​ຮຸ່ງ​ແຈ້ງ...​ອາຍຸໝັ້ນຍືນ​ສະຖຽນ
​ເດີ….ຄູ….​ເດີ

Photos from Love STK's post 08/09/2023

ເຮົາ​ໄປ​ເບິ່ງ​7 ພືດ​ຕິ​ກຳ​ທຳລາຍ​ຕັບ
#​ຄົນ​ຮັກ​ສຸ​ຂະພາບ​ແລະ​ຄວາມ​ງາມ

Photos from Love STK's post 06/09/2023

➡️ເຮົາ​ມາ​ເບິ່ງ​ໜ້າ​ທີ​ຂອງ​ຕັບ​ວ່າ​ມີ​ຫຍັງ​ແດ່
ຕັບ​ເປັນ​ອະ​ໄວ​ຍະ​ວະ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮັດ​ໜ້າ​ທີ່​ຫຼາຍ​ໆ​ຢ່າງ​ປຽບ​ຄື​ກັບ​ໂຮງ​ງານ​ໃຫຍ່​ຂອງ​ຮ່າງກາຍ​ທີ່​ຄ່ອຍ​ສັ່ງ​ການ​ແລະ​ຊ່ວຍ​ເຫຼືອ​ອະ​ໄວ​ຍະ​ວະ​ອື່ນໆ​ເນື່ອງ​ຈາກ​ຕັບ​ເປັນ​ອະ​ໄວ​ຍະ​ທີ່​ເຮັດ​ວຽກ​ກ່ຽວ​ຂ້ອງ​ເຊື່ອມ​ໂຍງກັບລະບົບຕ່າງໆທົ່ວຮ່າງກາຍ ແລະ​ໜ້າ​ທີ່​ຂອງ​ຕັບ​ນັ້ນ​ທີ່​ບໍ່​ສາມາດ​ໃຫ້​ໃຜ​ມາ​ເຮັດ​ແທນ​ໄດ້​ເຮົາ​ຈິງ​ຄວນ​ດູແລ​ແລະ​ບຳລຸງ​ຕັບ​ເປັນ​ພິ​ເສດ​ນັ້ນ​ເອງ.​
ຕັບ​ມີ​ໜ້າ​ທີ່​ຫຼັກ​ໆ 4 ໜ້າ​ທີ​
1. ປ່ຽນ​ໂຄງ​ສ້າງ​ອາຫານ​ໃຫ້​ຢູ່​ໃນ​ຮູບ​ແບບ​ທີ່​ເຊວ​ຕ່າງ​ໆ​ຂອງ​ຮ່າງ​ກາຍ​ສາມາດ​ນຳ​ໄປ​ໄດ້​ເຊັ່ນ​: ຕັບ​ເຮັດ​ໜ້າທີ່​ແປ​ຫຼື​ປ່ຽນ​ນໍ້າ​ຕານ​ກູ​ໂຄສ໌​ໃຫ້​ເປັນ​ສານ​ອາຫານ ໄກ​ລໂຄເຈັນ ຫຼັງຈາກນັ້ນຈິງ​ນຳ​ໄກ​ໂຄເຈັນ​ມາ​ເກັບ​ສະສົມ​ໄວ້​ຢູ່​ຕັບ​ແລະ​ເມື່ອ​ໃດ​ທີ່​ທາດ​ນໍ້າ​ຕານ​ໃນ​ເລືອດ​ຕໍ່າລົງ​ຫຼື​ຮ່າງ​ກາຍ​ຕ້ອງ​ການ​ພະນັກງານ​ຕັບ​ຈະ​ແປ​ໄກ​ໂຄ​ເຈັບ​ໃຫ້​ກັບ​ໄປ​ເປັນ​ກູ​ໂຄສ໌​ນຳ​ໄປ​ຫຼ່ໍລ້ຽງຈຸລັງເຊວຕ່າງໆຂອງຮ່າງກາຍ.​
2.ເຮັດ​ໜ້າທີ່​ໃນການ​ສະ​ສົມ​ສະ​ບຽງອາຫານໃຫ້ຮ່າງກາຍ​ເພື່ອສຳຮອງໄວ້ແລ້ວດືງອອກມາໃຊ້ໃນຍາມຈຳເປັນຫຼືໃນຍາມຮ່າງຕ້ອງການພະລັງງານໂດຍຕັບຈະສະສົມໄກໂຄເຈັນທີ່ແປມາຈາກນໍ້າຕານ ກູ​ໂຄສ໌​ລວມ​ເຖິງ​ສະ​ສົມ​ທາດ​ເຫຼັກ​ທີ່​ເກິດ​ຈາກ​ການ​ສະຫລາຍ​ຕົວ​ຂອງ​ຣີ​ໂຣ​ໂກບິນໃນເມັດເລືອດແດງເພື່ອກັບໄປສ້າງຮີໂຣໂກບີນ ນອກຈາກ​ນີ້​ຕັບ​ຍັງ​ສະ​ສົມ​ວິ​ຕາ​ມີນ​ເອ, ວິຕາມິນ​D, ວິຕາ​ມີນ​B12ແລະທອງແດງອີກດ້ວຍ.​
3.ເຮັດ​ໜ້າທີ່​ໃນການ​ຂັບ​ທາດ​ເບື່ອ​ຫຼື​ສານ​ພິດ​ອອກ​ຈາກ​ຮ່າງ​ກາຍ​
ຕັບ​ເຮັດ​ໜ້າທີ່​ໃນການ​ຂັບ​ຂອງ​ເສຍ​ສານ​ພິດ,​ທາດ​ເບື່ອ​ໂດຍ​ເຮັດ​ໜ້າທີ່​ໃນການ​ຂັບ​ສານ​ພິດ​ທີ່​ລຳ​ໄສ້​ດູດ​ຊືມ​ເຂົ້າ​ໄປ​ໃນ​ກະ​ແ​ສ​ເລືອດ​ແລະ​ສານ​ພິດ​ເຫຼົ່ານີ້​ເດີນ​ຜ່ານ​ຕັບ​ຕັບ​ກໍ​ຈະ​ທຳລາຍ​ຖິ້ມ​ທັນ​ທີ​ດ້ວຍ​ການ​ຂັບ​ອອກ​ທາງ​ປັດ​ສະ​ວະ​ສານ​ພິດ​ທີ່​ເປັນ​ອັນຕະລາຍ​ໄດ້​ແກ່​:ແອັມໂມເນຍ, ເອລກໍຮໍ,​ຄາບອນຕາຄໍໄຣແລະຄໍໂຣຟອມເປັນຕົ້ນ.​
4.ເຮັດ​ໜ້າທີ່​ໃນການ​ສ້າງ​ນໍ້າ​ດີ
ຕັບ​ເຮັດ​ໜ້າທີ່​ໃນການ​ສ້າງ​ນໍ້າ​ດີ​ແລ້ວ​ນໍ​າ​ໄປ​ເກັບໄວ້​ຢູ່​ທໍ່​ນໍ້າ​ດີ​ເພື່ອ​ໄປ​ຊ່ວຍ​ຍ່ອຍ​ສະ​ຫຼາຍ​ອາຫານ​ແລະ​ໄຂ​ມັນ.​
#ຄົນ​ຮັກ​ສຸ​ຂະພາບ​ແລະ​ຄວາມ​ງາມ

Photos from Love STK's post 04/09/2023

ເຮົາ​ມາ​ເບິ່ງ​8​ອາການ​ຂອງ​ພະຍາດ​ຕັບ
#ຄົນ​ຮັກ​ສຸ​ຂະພາບ

30/08/2023

3 ພຶດຕິກຳສ່ຽງທີ່ອາດເຮັດໃຫ້ເກີດມະເຮັງເຕົ້ານົມ ຖ້າທ່ານມີຄວາມສ່ຽງເຫຼົ່ານີ້ອາດເປັນສັນຍານເຕືອນຂອງການເກີດພະຍາດມະເຮັງເຕົ້ານົມໄດ້.​
1.ດື່ມເຫຼົ້າ ແລະ ສູບຢາເປັນປະຈຳ
ຖ້າບໍ່ຢາກສ່ຽງເປັນມະເຮັງເຕົ້ານົມທາງເລືອກທີ່ດີຄື ເລີກສູບຢາພ້ອມກັບຫຼຸດພຶດຕິການ​ດື່ມແອລກໍຮໍເຫຼົ້າ​-ເບຍເຄື່ອງດື່ມທີ່ທີທາດເຫຼົ້າ
2.ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ
ສາວໆທີ່ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ ມີຄວາມສ່ຽງເປັນມະເຮັງເຕົ້ານົມສູງ.
3.ນ້ຳໜັກໂຕເກີນປ່ອຍໃຫ້ຕຸ້ຍ
ຜູ້ຍິງຕຸ້ຍມັກຈະມີຮໍໂມນເອສໂຕຼເຈນຫຼາຍກວ່າປົກກະຕິເຮັດໃຫ້ມີຄວາມສ່ຽງສູງຂຶ້ນຕາມນ້ຳໜັກໂຕ ແລະ ໄຂມັນທີ່ເພີ່ມຂຶ້ນ.​
ດັ່ງນັ້ນເຮົາຄວນໝັ່ນກວດເຕົ້ານົມດ້ວຍໂຕເອງເປັນປະຈຳທຸກເດືອນ ແລະ ກວດໂດຍເຄື່ອງແມມໂມແກຼມເມື່ອອາຍຸ 35 ປີຂຶ້ນໄປ ຖ້າພົບຄວາມຜິດປົກກະຕິຈະໄດ້ເຮັດການປິ່ນປົວຢ່າງທັນທ່ວງທີ
" ການປ້ອງກັນທີ່ດີທີ່ສຸດຄື ການກວດພົບໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ແລະຮັບການປິ່ນປົວ "
#ເພື່ອ​ສຸ​ຂະພາບ​ທີ່​ດີ

28/08/2023

➡️ສາມາດ​ສັງ​ເກ​ດ​ອາການ​ຂອງ​ຕົນ​ແລະ​ຫຼີກ​ລ່ຽງ​ອາຫານ​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ເປັນ​ປາ​ດົງ​ຂໍ້
#ປາດົງຂໍ້​ຮັກ​ສາ​ຖືກ​ວິທີ​ຫາຍ​ດີ​ຖາວອນ​ໄດ້

26/08/2023

👉ປາ​ດົງ​ຂໍ້​ ເກິດ​ຈາກ​ພາ​ວະ​ກົດ​ຢູ​ລິກ( Uric acid)​ໃນ​ເລືອດ​ສູງ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ຈົນ​ເກິດ​ເປັນ​ຜະລືກຕົກຄ້າງຢູ່ຕາມຂໍ້ຕ່າງໆ ເຮັດໃຫ້ເກິດມີການອັກເສບ, ອອກຮ້ອນ, ປວດ​ບວມ​ຢ່າງ​ຮຸນແຮງ​ເພາະວ່າ​ກົດ​ຢູ​ລິ​ກ​ປຽບ​ຄື​ຂອງ​ເສຍ​ໃນ​ຮ່າງ​ກາຍ​ທີ່​ເຫຼືອ​ຈາກ​ການ​ກຳ​ຈັດ​ເຊວ(Cells) ທີ່​ໝົດ​ອາຍຸ​ໂດຍ​ໄດ້​ຮັບ​ກົດ​ຢູລີກ​(Uric​ acid)​ຈາກ​ການ​ກິນ​ອາຫານ​ໃນ​ແຕ່ລະ​ມື້​ເນື່ອງຈາກ​ໃນ​ອາຫານ​ຈະ​ມີ​ສານ​ພິວຣີນ(Purine) ຫລັງ​ຈາກ​ເກິດເຜົາພານ​ແລ້ວ​ມີ​ສິ່ງ​ເສດ​ເຫຼືອ​ທີ່​ເອິ້ນ​ວ່າ​ ກົດ​ຢູ​ລິ​ກ​(Uric​acid).
➡️ຮ່າງ​ກາຍ​ໄດ້​ຮັບ​ກົດ​ຢູ​ລິ​ກ​ຈາກ​ອາຫານ​
▫️ການ​ຮັບ​ປະ​ທານ​ອາຫານ​ທີ່​ກົດ​ຢູ​ລິ​ກ​ສູງ​ເຊັ່ນ​: ຊີ້ນສັດ, ເຄື່ອງ​ໃນ​ສັດ,​ ສັດ​ປ່າ, ສັດ​ປີກ,​ ອາການ​ທະເລ,​ເຄື່ອງ​ດື່ມ​ທີ່​ມີ​ສານຊືມເມົາເຫຼົ້າ​ເບຍ​ ແລະ​ເຄື່ອງ​ດື່ມ​ທີ່​ມີ​ນໍ້າ​ຕານ​ຟຸຣກໂຕສ໌
▫️ອາການ​ເຈັບ​ປ່ວຍ​ທີ່​ມີ​ຜົນ​ຕໍ່​ການ​ສ້າງ​ເຊວ​ເຊັ່ນ​: ມະເຮັງ,​ມະເຮັງ​ເມັດ​ເລືອດ​ຂາວ,​ ສະເກັດ​ເງິນ
▫️ພະຍາດ​ທີ່​ກະຕຸ້ນ​ຮ່າງ​ກາຍ​ສ້າງ​ກົດ​ຢູ​ລິ​ກ​ຫຼາຍ​ກວ່າ​ປົກກະຕິ​ໃນ​ຂະນະ​ດຽວກັນ​ກໍ​ບໍ່​ສາມາດ​ກຳຈັດ​ກົດ​ຢູ​ລິ​ກ​ອອກ​ຈາກ​ຮ່າງ​ກາຍ​ເຊັ່ນ​: ໂຣ​ກ​ອ້ວນ, ເບົາຫວານ, ຄວາມ​ດັນ​ເລືອດ​ສູງ​ແລະ​ໄຂ່​ຫຼັງ
▫️ຢາ​ບາງ​ຊະນິດ​ທີ່​ມີ​ຜົນ​ຕໍ່​ໄຂ່​ຫຼັງ​ເຮັດ​ໃຫ້​ໄຂ່​ຫຼັງ​ບໍ່​ສາມາດ​ຂັບ​ກົດ​ຢູ​ລິ​ກ​ອອກ​ທາງ​ປັດ​ສະ​ວະ​ໄດ້
🔸ອາການ​ຂອງ​ຄົນ​ເປັນ​ປາ​ດົງ​ຂໍ້​
-​ ມີ​ອາການ​ປວດ, ບວມ​ແດງ​-​ອອກ​ຮ້ອນມີຕູດຕະປູດຕະປິດບໍ​ລິ​ເວນຕາມ​ຂໍ້​ຕ່າງໆ​ເຊັ່ນ​:
-​ ປວດ​ຕາມ​ນີວມື
-​ ປວດ​ນີວ​ຂໍ້​ມື
-​ ປວດ​ຕາມ​ຂໍ້​ສອກ
-​ ປວດ​ຫົວ​ເຂົ່າ
-​ ປວດ​ຕາມ​ນີ້ວ​ຕີນ​
-​ ປວດ​ຕາມ​ຂໍ້​ຕີນ​
-​ ຂໍ້​ເສື່ອມ​ຂໍ້​ອັກ​ເສບ​
-​ ມີ​ກົດ​ຢູລີກ​ສູງ​
➡️ຄວາມ​ອັນຕະລາຍ​ແລະ​ຄວາມ​ສ່ຽງ​ຂອງ​ປາ​ດົງ​ຂໍ້​
ປາ​ດົງ​ຂໍ້​ຖ້າ​ຮັກ​ສາ​ບໍ່​ຖືກ​ວິທີ​ມີຄວາມ​ສ່ຽງ​ແລະ​ມີ​ພະຍາດ​ອື່ນໆ​ແຊກ​ຊ້ອນ​
1️⃣ເຮັດ​ໃຫ້​ຂໍ້​ອັກ​ເສບ​
2️⃣ ຂໍ້​ພິ​ການ​ຜິດ​ຮູບ​
3️⃣ ໄຂ່​ຫຼັງ​ເສື່ອມ​
4️⃣ ກະເພາະ​ອາຫານ​ເປັນ​ແຜ
5️⃣ ໂຣ​ກ​ເລືອດ​ຈາງ​
6️⃣ ໂຣ​ກ​ຂາດ​ສານ​ອາຫານ​
ນອກ​ຈາກ​ນີ້​ອາດ​ເຮັດ​ນີ້ວ​ມື​ນີ້ວ​ຕີນລ໊ອກກາຍເປັນອຳມະພືກ-ອຳ​ມະ​ພາດ​ໄດ້.​
🔸ອາຫານ​ທີ່​ຄົນ​ເປັນ​ປາ​ດົງ​ຂໍ​ຄວນ​ຫຼີກລ້ຽງ​
-​ ເຫຼົ້າ​ເບຍ
-​ ເຄື່ອງ​ໃນ​ສັດ​
-​ ຊີ້ນ​ສັດ​ປ່າ​ທຸກ​ປະເພດ​
-​ ສັດປີກ​
-​ ອາຫານ​ທະເລ​
-​ ອາຫານ​ທີ່​ໄຂມັນ​ສູງ​
🔸ອາຫານ​ທີ່​ຄົນ​ເປັນ​ປາດົງຂໍ່​ຄວນ​ກິນ​ມີ​:
✅ ກິນ​ຜັກ​ແລະ​ໝາກໄມ້​ໃຫ້​ຫຼາຍ​
✅ ກິນ​ອາຫານ​ໃຫ້​ຄົບ​ 5 ໝູ່
✅ ຄວນ​ດື່ມ​ນ້ຳ​ໃຫ້​ຫຼາຍ​ 3 ລິດ​ຂຶ້ນ​ໄປ​ເພື່ອ​ຂັບ​ຖ່າຍ​ກົດ​ຢູ​ລິ​ກ​ອອກ​ທາງ​ປັດ​ສະ​ວະ.

24/08/2023

➡️ ເຮົາ​ມາ​ເບິ່ງ​9 ຊະນິດ​ອາຫານ​ທີ່​ໄຂ​ມັນ​ດີ​(HDL)​ວ່າ​ມີ​ຫຍັງ​ແດ່....?
1. ໄຂ່​ໄກ່​:🥚
ໄຂ່​ໄກ່​ມີ​ໄຂມັນ​ດີ​ຢູ່​ຈຳນວນ​ຫລວງຫລາຍ​ໂດຍ​ສະ​ເພາະ​ໄຂ່​ແດງ​ເຮົາ​ສາມ​ນຳ​ໄປ​ທອດ,​ ຕົ້ມ,​ ຫຼວກກໍ​ຍັງ​ຄົງ​ໄຂ​ມັນ​ດີ, ທາດ​ເຫຼັກ,​ແລະ​ວິ​ຕາ​ມີນ​ບີ​(B)​ດັ່ງ​ນັ້ນ,​ເຮົາ​ຄວນ​ກິນ​ໄຂ່​ມື້ໜຶ່ງ​ໃຫ້​ໄດ້​ 2 ໜ່ວຍ.​
2.ຊີ້ນ​ປາ​
ເນື້ອ​ປາ​ຊະນິດ​ຕ່າງ​ໆໂດຍສະເພາະ​ປາ​ເຊວ​ມອນ​ຫຼື​ປາ​ນໍ້າ​ເລີກ​ຈະ​ມີໄຂມັນ​ດີ, ໂອເມກາ3(Omega 3)ເຊິ່ງມີຜົນ​ດີ​ຕໍ່​ຫົວ​ໃຈ​ແລະ​ສາມາດລຸດການ​ເຈັບ​ປ່ວຍ​ໄດ້​ເຊັ່ນ​: ໂຣ​ກ​ຫົວ​ໃຈ, ໂຣ​ກ​ສະ​ໝອງ​ເສື່ອມ, ແລະ​ໂຣກຊືມເສົ້າ,
3.ນໍ້າ​ມັນໝາກກອກ​
ນໍ້າ​ມັນ​ໝາກ​ກອກ​ທີ່​ເຮົາ​ນຳ​ມາ​ປຸງ​ອາຫານ​ມີກົດໄຂມັນ​ທີ່​ເປັນ​ປະໂຫຍດ​ຕໍ່ຮ່າງກາຍ​ຈະ​ຊ່ວຍ​ລຸດ​ການ​ອັກ​ເສບ​ໄດ້​ເປັນ​ຢ່າງ​ດີ​ແລະຍັງ​ໄດ້​ໄຂ​ມັນ​ດີ​ມີ​ບໍ່​ມີ​ອັນ​ຕະ​ລາຍ​ຕໍ່​ຮ່າງ​ກາຍ​ແລະ​ດີ​ຕໍ່​ສຸຂະພາບ​ອີກດ້ວຍ.​
4.ນໍ້າ​ມັນ​ໝາກ​ພ້າວ​ 🥥
ຜົນ​ການ​ສຶກສາ​ພົບ​ວ່າ​ໃນ​ໝາກ​ພ້າວ​ມີກົດໄຂມັນອີ່ມຕົວ(90%ຂອງ​ກົດ​ໄຂ​ມັນ​ທັງ​ໝົດ)​ເຊິ່ງ​ກົດ​ໄຂມັນ​ມີ​ຂະໜາດ​ໂມ​ເລກຸນປານກາງ(Medium Chain Fatty acid) ເມື່ອ​ກິນ​ເຂົ້າໄປ​ບໍ່​ໄດ້​ເຮັດ​ໃຫ້​ໄຂ​ຊະນິດ​ຮ້າຍ​(LDL)​ເພີ່ມ​ຫຼາຍ​ຂຶ້ນ​ແຖມຍັງ​ເພີ່ມ​ໄຂ​ມັນ​ດີ​(HDL)​ຈິງ​ສົ່ງ​ຜົນ​ການ​ເປັນ​ໂຣ​ກ​ຫົວ​ໃຈ, ໂຣ​ກ​ຫຼອດ​ເລືອດ​ອຸດຕັນອັນເກິດຈາກການມີໄຂມັນຮ້າຍຢ່າງ(LDL)ລຸດລົງ​.​
5.ສາລີ​🌽 🌽
ໃນ​ສາ​ລີ​ຊ່ວຍ​ໃຫ້​ຮ່າງກາຍ​ດູດ​ຊືມ​ໄຂ​ມັນ​ຮ້າຍ​(LDL)​ໄດ້​ໜ້ອຍລົງ​ສ່ວນ​ໄຂ​ມັນ​ດີ​( HDL)​ຈະ​ດູດ​ຊືມ​ໄດ້​ງ່າຍ​ຈິງ​ເຮັດ​ໃຫ້​ລຸດຄວາມ​ສ່ຽງ​ເກິດ​ຫຼອດ​ເລືອດ​ໂຣ​ກ​ຫົວ​ ນອກຈາກ​ນີ້,​ນໍ້າ​ມັນ​ໝາກ​ມີ​ໄຂມັນ​ອີ່ມ​ຕົວ​ທີ່​ເໝາະສົມ​ຕໍ່​ຄວາມ​ຕ້ອງການ​ຂອງ​ຮ່າງ​ກາຍ​ອຸດົມ​ໄປດ້ວຍ​ກົດ​ໄຂ​ມັນ​ໂອ​ເມກາ​3 ຊ່ວຍ​ລຸດ​ຄໍເລັດເຕີຣອລ​(Cholesterol) ໄດ້​ເປັນຢ່າງດີ.​
6.ອາໂວກາໂດ 🥑
ອາໂວກາໂດມີແຫຼ່ງໄຂມັນຊັ້ນດີໃນອາໂວກາໂດ1 ໜ່ວຍ​ຈະ​ໄຂມັນ​ດີ​ເຖິງ​77%ເຊິ່ງ​ແຕກ​ຕ່າງ​ຈາກ​ໄມ້​ໄມ້​ຊະນິດ​ອື່ນ​ທີ່​ບາໂບຮາຍເດຣສ໌ (Carbohydrates)​ເປັນ​ຫຼັກ​ແຕ່​ໃນ​ອາໂວກາໂດຍ​ັງ​ປະ​ກອບ​ດ້ວຍ​ ໂພແທັດຊຽມ​ແລະ​ໄຟເບີຖືໄດ້ວ່າເປັນ​ອາຫານ​ຊັ້ນ​ເລີດ.​
7.ງາດຳ​(Sesamin)​
ໃນ​ງາດຳ​ເປັນ​ພືດ​ເມັດ​ນ້ອຍໆ​ແຕ່​ມີ​ມີປະໂຫຍດ​ມະຫາ​ສານ​ຈົນ​ໄດ້​ຮັບ​ການ​ຂະ​ໜານນາມວ່າ" ຣາຊານີແຫ່ງພືດນໍ້າມັນລາຊັນ"​ ຊ່ວຍ​ການ​ເຜົາ​ພານ​ສະລ່າຍໄຂມັນ,​ ເຮັດ​ໃຫ້​ລະດັບ​ໄຂ​ມັນ​ຢູ່​ເກນ​ປົກກະຕິພໍດີ,​ລຸດ​ຄວາມ​ອ້ວນ​ສ້າງ​ກ້າມ​ເນື້ອມໃຫ້ແຂງແຮງ,​ ລຸດ​ການຊືມ​ການ​ສັງ​ເຄາະ​ຄໍ​ເລັດ​ເຕີ​ຣອລ (Cholesterol) ຊ່ວຍ​ລຸດ​ການ​ເສື່ອມ​ຂອງ​ເຊວ​ລ໌,​ໄປ​ຟື້ນ​ຟູ,​ສ້ອມ​ຊ້ອມ​ຈຸ​ລັງ​ເ​ຊວ​ທີ່​ເສື່ອມ​ກັບມາເປັນ​ປົກກະຕິ​ແລະ​ແຂງ​ແຮງ, ຊ່ວຍ​ໃນການ​ທຳ​ງານ​ຂອງ​ວິ​ຕາ​ມີນ​ອີ, ລຸດ​ຄວາມ​ຄຽດ​ ວິ​ຕົກ​ກັງ​ວົນ,​ ຕ້ານ​ອະ​ນຸ​ມຸ​ນ​ອິ​ດສະລະ, ຕ້ານ​ການ​ອັກ​ເສບ,​ ຊ່ວຍ​ໄປ​ຢັບຢັ້ງ​ການ​ສ້າງ​ເຊວ​ລ໌​ຜິດ​ປົກ​ກະ​ຕິ,​ເນື້ອ​ຮ້າຍ,​ເຊວ​ລ໌​ມະເຮັງ​ຕ່າງ​ໆ,​ ຕ້ານ​ການ​ອັກ​ເສບ​ແລະ​ບາດ​ແຜໄດ້ເປັນຢ່າງດີ, ຂະຫຍາຍ​ຫຼອດ​ເລືອດ​ເຮັດ​ໃຫ້​ຫຼອດ​ເລືອດ​ຂະຫຍາຍ​ຕົວ​ ເລືອດ​ໄຫຼ​ໝູນວຽນ​ດີລຸດ​ການ​ເກິດຫຼອດ​ເລືອດ​ແຂງໂຕ ຫຼອດ​ເລືອດ​ຕີບແຕກໄດ້ຖືວ່າປະໂຫຍດທະຫາສານອີ່ຫລີ່.​
8.ຖົ່ວ​ຊະນິດ​ຕ່າງ​ໆ
ຖົ່ວ​ຫຼາຍ​ຊະນິດເຕັມ​ໄປ​ດ້ວຍ​ໄຂ​ມັນ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ເຊິ່ງ​ປະ​ກອບ​ໄປ​ດ້ວຍ​ວິ​ຕາ​ມີນ, ເກືອແຮ, ໂອເມກາ3 ທີ່​ມີ​ຄຸນ​ຄ່າ​ທາງ​ໂພ​ຊະ​ນາ​ການ​ຖ້າ​ກິນ​ຖົ່ວ​ຈະ​ລຸດ​ຄໍ​ເລັດ​ເຕີຣອລ​(Cholesterol) ຊ່ວຍ​ເຮັດ​ຫຼອດ​ເລືອດ​ໄດ້​ດີ.​
9.ເບຄອນ(Bacon 🥓)
ຫລາຍ​ຄົນອາດຈະ​ຄິດວ່າ​ການ​ກິນ​ເບ​ຄອນ​ອາດເຮັດໃຫ້​ອ້ວນ​ຂຶ້ນ​ແຕ່​ຄວາມຈິງ​ແລ້ວ​ເບ​ຄອນ​ເປັນ​ອາຫານ​ທີ່​ມີ​ໂປຣ​ຕິ​ນ​ແລະ​ໄຂ​ມັນ​ດີ​ຕໍ່​ຮ່າງກາຍ​ເຊິ່ງ​ຈະ​ໃນ​ການ​ເຜົາ​ພານ​ໄຂ​ມັນ,​ອຸ​ດົມ​ໄປດ້ວຍ​ວິ​ຕາ​ມີນ​B1, B3, ແລະ B12​ ລວມທັງ​ສັງກະສີ(Sinc)​ຊ່ວຍບຳລຸງຜິວ​, ເສັ້ນ​ຜົມ​ແລະດວງ​ຕາ​ອີກ​ດ້ວຍ
#ເພື່ອ​ສ​ຂະ​ພາບ​ດີ​.

Want your business to be the top-listed Beauty Salon in Vientiane?
Click here to claim your Sponsored Listing.

Category

Website

Address


ສູນ​ການ​ຄ້າ​ໄອເຕັກ
Vientiane