Triple T Review
3 ສາວ ເລົ່າໃຫ້ຟັງ ພວກເຮົາຈະມາແບ່ງປັນ ທຣິກ ປະສົບການ ແລະ ຣີວີວການເດີນທາງໄປສະຖານທີ່ຕ່າງໆ ໃຫ້ທຸກຄົນຟັງ
06/09/2023
Boost Juice ຫຼຸດ 50% ມື້ອື່ນມື້ດຽວເທົ່ານັ້ນ!!!
(ສະເພາະ 200 ຈອກທຳອິດເດີ້! 💨💨)
💚💚💚💚💚💚💚💚💚💚💚💚💚💚💚💚
ເມນູທີ່ Triple T Review ແນະນຳເລີຍກໍຄື All Berry Bang ເດີ້! ມັນຄືດີຍ໌!! ສົ້ມຫວານກຳລັງດີ, ເບີຣີ້ອັດແໜ້ນທຸກອະນູ 🍓🍓 🫐ເໝາະທີ່ສຸດແລ້ວກັບອາກາດບ້ານເຮົາແບບນີ້!
📍📍ຮ້ານຢູ່ Parkson ຕໍ່ໜ້າ Starbucks ເລີຍເດີ້ທຸກຄົນ
23/08/2023
✨ Review ການໄປກິນຮ້ານເຈ້ໄຝ - ກຸງເທບ
✨ ຮ້ານເຈ້ໄຝ
ເດີນທາງແນະນຳໃຫ້ຂີ່ແທັກຊີ້ ຫຼື grab/bolt/indriver
ເພາະຮ້ານເຈ້ບໍ່ໃກ້ຂົນສົ່ງສາທາລະນະພໍປານໃດ
https://maps.app.goo.gl/oWusevmQbDAqzPJz9?g_st=ic
ຮ້ານເຈ້ເປີດແຕ່ 9:00 - 19:30
ພວກເຮົາມາກ່ອນຮ້ານເປິດ ແຕ່ 8:40 ໄດ້ເລີ່ມກິນແມ່ນ 11:40 ເວລາຖ້າ 3 ຊົ່ວໂມງຖ້ວນ
👉🏻 ເມນູເດັດ ລອງສັ່ງຕາມພວກເຮົາໄດ້
ແນະນຳໃຫ້ໄປແຕ່ກ່ອນ 8ໂມງເຊົ້າ ເພາະຄິວລູກຄ້າຍາວຫຼາຍ
ລອງໄປອ່ານປະສົບການຂອງພວກເຮົາຈາກດ້ານລຸ່ມໄດ້ເລີຍ ☺️
Triple T Review 🫶🏻
22/08/2023
✨ ວິທີການເດີນທາງຈາກ ນະຄອນຫຼວງວຽງຈັນ - ກຸງເທບ
ດ້ວຍລົດໄຟດ່ວນພິເສດ - ນອນແອ
ອະທິບາຍແຕ່ລະຂັ້ນຕອນ ໃນຮູບດ້ານລຸ່ມ 👇🏻👇🏻👇🏻
✨ ປີ້ລົດໄຟສາມາດຊື້ລ່ວງໜ້າ ແລະ ເລືອກບ່ອນນັ່ງກ່ອນເອງໄດ້ ໃຫ້ເລືອກໜອງຄາຍ - ກຸງເທບອາພິວັດ (ຫົວລຳໂພງ ບໍ່ແລ່ນແລ້ວ)
📍ທີ່ເວັບໄຊ້: http://dticket.railway.co.th
ລາຄາລົດໄຟ ມີຫຼາຍລາຄາ ດັ່ງລຸ່ມນີ້: (ລາຄາຕາມປັດຈຸບັນ)
🎟️ ຜູ້ໂດຍສານຊັ້ນ1 (first class) ເປັນຫ້ອງສ່ວນຕົວ 2ຄົນ
ຕຽງລຸ່ມ 1.550 ບາດ
ຕຽງເທິງ 1.350 ບາດ
ເໝົາຫ້ອງ 2.350 ບາດ (ສຳລັບຄົນດຽວ)
🎟️ ຜູ້ໂດຍສານຊັ້ນ2 (second class)
ຕຽງລຸ່ມ 994 ບາດ
ຕຽງເທິງ 894 ບາດ
Click here to claim your Sponsored Listing.
Category
Contact the business
Telephone
Address
Vientiane Capital
Vientiane