OST Health Solution

OST Health Solution

Share

ໃຫ້​ຄຳ​ປຶກ​ສາທາງ​ດ້ານສຸ​ຂະ​ພາບ ແມ່ນ​ພະ​ຍາດ​ຊ້ຳ​ເຮື້ອ ໄວ​ລັດ​ຕັບອັກເສບ ບີ HBV, ຊີ HCV ແລະ HIV

ບໍ​ລິ​ສັດ Ost Sole ເປັນ​ບໍ​ລິ​ສັດ ທີ່​ໃຫ້​ຄຳ​ປຶກ​ສາ ທາງ​ດ້ານ ສຸ​ຂະ​ພາບ ໂດຍ​ສະ​ເພາະ ແມ່ນ​ພະ​ຍາດ​ຊ້ຳ​ເຮື້ອ ໄວ​ລັດ​ຕັບອັກເສບ ບີ HBV ແລະ ຊີ HCV ໄວ​ລັດ​ຕັບອັກເສບ ບີ HBV ປີ່ນ​ປົວ​ດ້ວຍ​ການ​ກິນ​ຢາ​ຢ່າງ​ຕໍ່​ເນື່ອງ ແລະ ຕິດ​ຕາມດ​ວ້ຍ​ທ່ານ​ຫມໍ​ທີ່​ຊ່ຽວ​ຊານ ໄວ​ລັດ​ຕັບອັກເສບ ຊີ HCV ປີ່ນ​ປົວ​ດ້ວຍ​ການ​ກິນ​ຢາ ຕໍ່​ເນື່ອງ ເປັນ​ໄລ​ຍະ​ເວ​ລາ 3 ເດືອນ ແລະ ຫາຍ​ຂາດ​ໄດ້ ມີ ທ​່ານ​ຫມໍ ​ທີ່​ຊ່ຽວ​ຊານ ໃຫ້​ຄຳ​ແນະ​ນຳ ແລະ​ຕິດ​ຕາມ

11/09/2019

ສະເຫຼີມສະຫຼອງວັນຕັບອັກເສບໂລກ ຄັ້ງວັນທີ28/08/2019 ເຊິ່ງຕາງໜ້າ ບໍລິສັດ ໂອເອສທີ ກໍມີສ່ວນເຂົ້າຮ່ວມໃນງານກອງປະຊຸມນີ້ເຊັນກັນ

27/02/2019

ພະຍາດຕັບອັກເສບຊີ Hepatitis C ແມ່ນຫຍັງ?
ພະຍາດຕັບອັກເສບຊະນິດຊີ Hepatitis C ຖືກຄົ້ນພົບຄັ້ງທຳອິດໃນປີ ຄ.ສ 1989 ເປັນພະຍາດທີ່ເຮັດໃຫ້ເກີດການອັກເສບໃນຕັບໂດຍສາມາດເຮັດໃຫ້ເກີດພາວະຕັບອັກເສບ ຊະນິດສຽບພັນ ແລະ ຊຳເຮື້ອ ຕະຫຼອດຈົນຮອດຕັບແຂງ ແລະ ມະເລັງຕັບ
ພະຍາດຕັບອັກເສບຊະນິດຊີ Hepatitis C ເປັນສາເຫດທີ່ກໍ່ໃຫ້ເກີດພາວະຕັບອັກເສບຊຳເຮື້ອຫຼາຍກວ່າຊະນິດອື່ນ ແລະ ປັດຈຸບັນຍັງບໍ່ມີວັກຊີນປ້ອງກັນການຕິດເຊື້ອ ແຕ່ມີຢາທີ່ສາມາດປິ່ນປົວໃຫ້ຫາຍໄດ້ ໂທ ຫຼື ວອດແອັບ 020 55940976
#ສຸຂະພາບ #ຕັບອັກເສບ #ໄວລັດຕັບອັກເສບ #ໄວລັດຕັບອັກເສບຊີ #ໄວລັດຕັບອັກເສບບີ

19/11/2018

📣ຂ່າວດີ ຂ່າວດີ ! 📍ສຳລັບບຸນສະມັດສະການພະທາດຫລວງ ດ່ວນ ດ່ວນ ມີຈຳນວນຈຳກັດ 👨‍⚕️
ສະເພາະນະຄອນຫລວງວຽງຈັນ ສຳລັບ 20 ທ່ານເທົ່ານັ້ນຮັບບໍລິການໃຫ້ຄໍາປຶກສາການກວດຫາເຊື້ອ ໄວຣັສຕັບອັກເສບບີ, ຊີ HIV ແລະ TP ເບື້ອງຕົ້ນ Free ທີ່ ບໍລິສັດ OST Sole company(Health solution) ຈອງວັນກວດໄດ້ເລີຍ ຮັບສະໝັກຈຳນວນຈຳກັດເດີສະເພາະຄົນທີ່ມີຄວາມສ່ຽງ ຈອງກ່ອນໄດ້ທີ່ LineID: V-medlaosແລະWhatsapp-ໂທ: 020 55940976 ຕັ້ງແຕ່ວັນທີ່ 19-29 ພະຈິກ (11) 2018 ນີ້ເທົ່ານັ້ນ📞
#ສຸຂະພາບ #ຕັບອັກເສບ #ໄວຮັດຕັບອັກເສບ #ໄວຮັດຕັບອັກເສບຊີ #ໄວຮັດຕັບອັກເສບບີ

08/08/2018

#ຄຳແນະນຳສຳລັບຜູ້ປ່ວຍພະຍາດໄວຣັສຕັບອັກເສບຊີHCV
- ງົດດື່ມເຄື່ອງດື່ມແອລກໍຮໍ (ເຫຼົ້າ ເບຍ)
- ຄວນສັກຢາປ້ອງກັນໄວຣັສຕັບອັກເສບບີໃນກໍລະນີທີ່ຍັງບໍ່ມີພູມຄຸມກັນໄວຣັສດັ່ງກ່າວ
- ຜູ້ປ່ວຍໂລກອ້ວນລົງພຸງ(Metabolic syndrome) ມັກມີໂລກຕັບລຸກລາມໄວຂື້ນຄວນປະຕິບັດຕົນເພື່ອລົດພາວະດັ່ງກ່າວ
- ກີນອາຫານໃຫ້ຄົບ5ຫມູ່ ຄວນອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ
- ຄວນພົບແພດລະບົບທາງເດີອາຫານ ແລະ ຕັບ ຢ່າງສະໝໍ່າສະເໝີທຸກ 3-6 ເດືອນ ເພື່ອປະເມີນການເຮັດວຽກຂອງຕັບ
#ສຸຂະພາບ #ຕັບອັກເສບ #ໄວລັດຕັບອັກເສບ #ໄວລັດຕັບອັກເສບຊີ #ໄວລັດຕັບອັກເສບບີ

17/07/2018

💊ເປັ໊ບ (PEP ຫຍໍ້ມາຈາກ Post-Exposure Prophylaxis) ແມ່ນຢາຕ້ານໄວຣັສ #ສຳລັບຜູ້ທີ່ຫາກໍ່ຜ່ານການມີເພດສຳພັນກັບຄວາມສ່ຽງທີ່ຈະຕິດເຊື້ອເອສໄອວີ ເຊັ່ນມີເພດສຳພັນແບບບໍ່ປ້ອງກັນ ຖົງຢາງທີ່ໃຊ້ເກີດຈີກຂາດຫຼໃຊ້ເຂັມຮ່ວມກັບຜູ້ອື່ນໂດຍຈຳເປັນຕ້ອງກີນໃຫ້ໄວທີ່ສຸດພາຍໃນ72ຊົາວໂມງແລະຕ້ອງກີນຕິດຕໍ່ກັນປະມານ1ເດືອນ
💊ເພຣັ໊ບ (PrEP ຫຍໍ້ມາຈາກ PreExposure Prophylaxis) ທີ່ເປັນອີກໜຶ່ງໂຕຢາທີ່ສຳຄັນທີ່ສາມາດປ້ອງກັນເຊື້ອເອສໄອວີໃນກຸ່ມຜູ້ທີ່ບໍ່ມີເຊື້ອແຕ່ມີຄວາມສ່ຽງສູງ ຢາເພຣັ໊ບແມ່ນຢາຕ້ານໄວຣັສທີ່ໃຫ້ກີນເປັນປະຈຳເພື່ອລົດຄວາມສ່ຽງຕໍ່ການຕິດເຊື້ອເອສໄອວີເໝາະສຳລັບຜູ້ທີ່ມີແຟນຕິດເຊື້ອເອສໄອວີ ແລະ ຕ້ອງການມີເພດສຳພັນກັບແຟນ ຜູ້ທີ່ປ່ຽນຄູ່ນອນຕະຫຼອດ ແລະ ຜູ້ທີ່ໃຊ້ຢາເສບຕິດບາງກຸ່ມ
#ຜູ້ທີ່ກີນຢາເພຣັ໊ບບໍ່ຄວນເບິ່ງວ່າເປັນວິທີທຳອິດທີ່ຈະປ້ອງກັນເອສໄອວີ ແຕ່ໃຫ້ເບິ່ງວ່າເປັນພຽງສ່ວນໜຶ່ງຂອງການປ້ອງກັນທີ່ມີປະສິດທິພາບ ເມື່ອກີນຢາເພຣັ໊ບເປັນປະຈຳຄວບຄູ່ກັບການໃຊ້ຖົງຢາງອະນາໄມທຸກເທື່ອເມື່ອມີເພດສຳພັນຈະຊ່ວຍເຮັດໃຫ້ສາມາດປ້ອງກັນການຕິດເຊື້ອເອສໄອວີໄດ້ເປັນຢ່າງດີ
#ສຸຂະພາບ #ຕັບອັກເສບ #ໄວລັດຕັບອັກເສບ #ໄວລັດຕັບອັກເສບຊີ #ໄວລັດຕັບອັກເສບບີ

12/07/2018

#ຄົນເຮົາຕິດເຊື້ອໄວຣັສຕັບບີໄດ້ແນວໃດ?
- ການຮັບເລືອດຫຼືຜະລິດຕະພັນເລືອດທີ່ມີເຊື້ອໄວຣັສຕັບບີ
- ເພດສຳພັນທີ່ມີບາດແຜ(ທາງນ້ຳລັ່ງທີ່ບໍ່ໄດ້ປ້ອງກັນ)
- ໃຊ້ເຂັມສັກຢາ(ໃຊ້ຢາເສບຕິດທາງການສັກຮ່ວມກັນ)ຫຼືອຸປະກອນທີ່ປົນເປືອນເລືອດຮ່ວມກັນເຊັ່ນ: ມີດຕັດເລັບ, ມີດໂກນໜວດ
- ຈາກແມ່ສູ່ລູກ(ກຳມະພັນ)
#ໄວຣັສຕັບອັກເສບບີຕິດເຊື້ອໄດ້ງ່າຍກວ່າHIV50-100ເທົ່າ
#ສຸຂະພາບ #ຕັບອັກເສບ #ໄວລັດຕັບອັກເສບ #ໄວລັດຕັບອັກເສບຊີ #ໄວລັດຕັບອັກເສບບີ

Untitled album 25/06/2018

ການໃຊ້ຖົງຢາງອະນາໄມໃຫ້ເປັນນິໃສ ການມີຖົງຢາງອະນາໄມບໍ່ແມ່ນເລື່ອງຜິດຫຼືເລື່ອງໜ້າອາຍ ແຕ່ມັນສະແດງເຖິງການທີ່ເຮົາມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ຄົນອື່ນ
#ສຸຂະພາບ #ຕັບອັກເສບ #ໄວຮັດຕັບອັກເສບ #ໄວຮັດຕັບອັກເສບຊີ #ໄວຮັດຕັບອັກເສບບີ

24/05/2018

📣ດ່ວນ ດ່ວນ ມີຈຳນວນຈຳກັດ 📣
ສະເພາະນະຄອນຫລວງວຽງຈັນ ສຳລັບ 30 ທ່ານເທົ່ານັ້ນຮັບບໍລິການໃຫ້ຄໍາປຶກສາການກວດຫາເຊື້ອ ໄວຣັສຕັບອັກເສບບີ, ຊີ HIV ແລະ TP ເບື້ອງຕົ້ນ Free ທີ່ ບໍລິສັດ OST Sole company(Health solution) ຈອງວັນກວດໄດ້ເລີຍ ຮັບສະໝັກຈຳນວນຈຳກັດເດີສະເພາະຄົນທີ່ມີຄວາມສ່ຽງ ຈອງກ່ອນໄດ້ທີ່ LineID: V-medlaosແລະWhatsapp-ໂທ: 020 55940976 ຕັ້ງແຕ່ວັນທີ່ 24 ພຶດສະພາ ເຖິງວັນທີ່ 15 ມິຖຸນາ 2018 ນີ້ເທົ່ານັ້ນ📍
#ສຸຂະພາບ #ຕັບອັກເສບ #ໄວຮັດຕັບອັກເສບ #ໄວຮັດຕັບອັກເສບຊີ #ໄວຮັດຕັບອັກເສບບີ

04/05/2018

📣ໄວຣັດຕັບອັກເສບຊີ ບໍ່ສາມາດຕິດຕໍ່ຈາກການສຳພັດ ການກີນເຂົ້າຮ່ວມກັນ ແລະ ການດື່ມນໍ້າຮ່ວມກັນ

🧐ປະຈຸບັນມີຢາຮັກສາການຕິດເຊື້ອໄວຣັດຕັບອັກເສບຊີຮ້າຍແຮງ ຊຶ່ງສາມາດຮັກສາໃຫ້ຫາຍຂາດໄດ້ ຜົນຕອບສະໜອງຕໍ່ການຮັກສາຂື້ນກັບສາຍພັນຂອງໄວຣັດສ ແລະ ເຖິງຈະຍັງບໍ່ມີວັກຊີນປ້ອງກັນໄວຣັດຕັບອັກເສບຊີ ແຕ່ການປ້ອງກັນການຕິດເຊື້ອເບື່ອງຕົ້ນດ້ວຍໂຕເອງເປັນສິ່ງສຳຄັນທີ່ສຸດ ເພື່ອສຸຂະອານາໄມທີ່ດີທັງກັບຕົນເອງ ແລະ ສ່ວນລວມ ແລະ ຫຼີກຫຼຽງການສຳພັດເລືອດ ແລະ ສານຄັດລັ່ງຂອງຜູ້ອື່ນ👨‍⚕️
#ສຸຂະພາບ #ຕັບອັກເສບ #ໄວຮັດຕັບອັກເສບ #ໄວຮັດຕັບອັກເສບຊີ #ໄວຮັດຕັບອັກເສບບີ

Want your business to be the top-listed Beauty Salon in Vientiane?
Click here to claim your Sponsored Listing.

Category

Telephone

Address


OST Sole Company, Nong B**g
Vientiane
856

Opening Hours

Monday 09:00 - 18:00
Tuesday 09:00 - 18:00
Wednesday 09:00 - 18:00
Thursday 09:00 - 18:00
Friday 09:00 - 18:00