Raza Sausage

Raza Sausage

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from Raza Sausage, Vientiane.

Photos from Raza Sausage's post 27/01/2020

ເປີດຈອງຫນ້າກາກອານາໄມສຳລັບລູກນ້ອຍ ປົກປ້ອງຝຸ່ລະອອງ PM 2.5 ແລະ ພະຍາດໄວຣັດທາງອາກາດ
ລາຄາ ແພັກລະ 39,000₭ ມີ 2ອັນ
ເຄື່ອງພ້ອມສົ່ງ #ມີຈຳນວນຈຳກັດ
ສຳລັບເດັກນ້ອຍ 3-12ປີ
👇ສົນໃຈຈອງລຸ່ມຄອມເມັ້ນ ບອກຈຳນວນພ້ອມເບີໂທ
❗❗❗(ມີຈຳນວນຈຳກັດ ເຄື່ອງບໍ່ພໍຂາຍ)

Photos from Raza Sausage's post 19/12/2019

Ep:2 ຂັ້ນໄດຂັ້ນແລກຂອງການລົດນ້ຳຫນັກດ້ວຍຕົນເອງໂດຍບໍ່ກິນຢາອາຫານເສີມໃດໆ, ລະກະຄົນບໍ່ມີເວລາໄປຍິມ ແຕ່ພໍມີເວລາອອກກຳລັງກາຍຢູ່ ຮັບຮອງຈ່ອຍແບບປອດໄພ ທີ່ສຳຄັນລະບົບເຜົາຜານແລະສຸຂະພາບດີຂື້ນ ບໍ່ມີໂຍໂຍ້ ວ່າຈະກັບມາຕຸ້ຍຄືນ ຖ້າຈະຕຸ້ຍຄືນກະຕຸ້ຍຍ້ອນກິເລດຂອງໂຕເອງ
🍻🍟🍕ຕຸ້ຍຍ້ອນໂຍໂຍ້ ກັບ ຕຸ້ຍຍ້ອນພຶກຕິກຳຂອງຕົນເອງ ມັນຕ່າງກັນ ບາງຄົນເຂົ້າຄອດລົດນ້ຳຫນັກຫຼີ້ນກິລາເສຍເງິນຊື້ຄອດອາຫານຄຣີນເຮັດຕາມເທນເນີ້ແບບເຄັ່ງຄັດ ນໍ້າຫນັກລົງຮຸ່ນດີຂື້ນ ພໍຈົບຄອດປ່ອຍໂຕແບບເກົ່າກິນແບບບໍ່ມືນຫູມືນຕາກິນທຸກຢ່າງທີ່ຂ້ວາງໜ້າ ແດກລະກະແດກ ເວລາຜ່ານໄປໄລຍະໜື່ງຕຸ້ຍຂື້ນ ລະກະໂທດວ່າໂຕເອງໂຍໂຍ້ ເທນເນີ້ ບໍ່ດີ ບໍ່ມີເວລາໄປອອກກຳລັງກາຍ ມີງານປາຕີສ້າງສັນດຸເລີຍຕຸ້ຍ ທີ່ຈີງແລ້ວຕຸ້ຍຂື້ນຍ້ອນພຶກຕິກຳຂອງຕົນເອງບໍ່ມີໃຜດອກກິນຫຼາຍໆມື້ດຽວແລ້ວຕຸ້ຍ.
❗❗❗ຕຸ້ຍຍ້ອນໂຍໂຍ້ ແມ່ນສຳລັບຄົນທີ່ລົດນ້ຳຫນັກແບບຜິດວິທີ ກິນຢາອາຫານເສີມເພື່ອລົດນ້ຳຫນັກ, ແລະ ກິນອາຫານໜ້ອຍເກີນກ່ວາພະລັງງານທີ່ໃຊ້ອອກໄປໃນແຕ່ລະມື້ (ເຊັ່ນພວກທີກິນ7ມື້ລົງ3ໂລ ເຊົ້າ: ໂຍເກິດ,ໝາກໄມ້, ສວຍ:ໄຂ່2ໜ່ວຍ, ແລງ:ສະລັດຜັກ) ເຮັດແບບນີ້ຈະບໍ່ຈ່ອຍລົງໄດ້ແນວໃດ ໃຜເຮັດກະລົງ 5-10ໂລ ເວລາຜ່ານໄປ ຈາກນໍ້າຫນັກກ່ອນຈະລົດລົງ55 ລົດເຫຼືອ50 ດີໃຈ ຜ່ານໄປບໍ່ດົນ 60ໂລ ຈ໋າ ນີ້ແຫຼະທີ່ເອີ້ນວ່າໂຍໂຍ້ຂອງແທ້ ເພາະນ້ຳຫນັກທີ່ຫາຍໄປບໍ່ແມ່ນໄຂມັນແຕ່ເປັນນ້ຳແລະກ້າມເນື້ອຂອງເຮົາ ການທີ່ຢາກຮຸ່ນດີ ຄືການລົດໄຂມັນ ບໍ່ແມ່ນແຄ່ລົດນ້ຳຫນັກເຂົ້າໃຈຕົງກັນລະເນາະແມ່ໆ ເພາະແມ່ນີ້ເຄີຍກິນອາຫານຜິດວິທີມາກ່ອນ ນ້ຳໜັກລົງແຕ່ແອວທໍ່ເກົ່າ ແອວ30ຈັງໃດກະຊຳນັ້ນ.
🙀🙀ເລີຍໄດ້ອາຈານ Google ແລະ Youtube ມາຊ່ວຍໄວ້ ແລະ ມີກໍາລັງໃຈທີ່ດີຈາກລູກສາວທີ່ມີຄວາມຕັ້ງໃຈຢາກໃຫ້ແມ່ຈ່ອຍຄືແມ່ຄົນອື່ນ ເວລາແມ່ບໍ່ມີເວລາອອກກຳລັງກາຍ ກະຄ່ອຍເຕືອນແມ່ ‘’ອີ່ແມ່ໄປອອກກຳລັງກາຍແມ້’’
👉👉ການລົດຮຸ່ນບໍ່ແມ່ນແຄ່ເຮົາເຮັດເພື່ອແຕ່ຫວັງຜົນນຳມັນ ເຮົາຕ້ອງເຂົ້າໃຈຫຼັກການແລະ ວິທີການ ຮູ້ວ່າຊິກິນອາຫານແບບນີ້ເພື່ອຫຍັງຮູ້ວ່າຈະອອກກຳລັງກາຍແບບນີ້ໄປເພື່ອຫຍັງ ບໍ່ແມ່ນເຮັດຍ້ອນຄົນອື່ນເຮັດແລ້ວຈ່ອຍເລີຍຢາກເຮັດຢາກຈ່ອຍຄືເຂົາ ຄັນຍັງຄິດແບບນັ້ນຢູ່ແມ່ຂໍບອກໄວ້ເລີຍຊາດນີ້ບໍ່ມີທາງຈ່ອຍແບບຖາວອນ ສໍາລັບແມ່ນີ້ຮູ້ແລະເຂົ້າໃຈກັບມັນແລ້ວຜ່ານມາເຮັດຜິດມາຕະຫຼອດ ຮູ້ວ່າເຮັດໄປແລ້ວດີຕໍ່ສຸຂະພາບເຮົາບໍ່ໃຫ້ເຖົ້າໄວຕາຍໄວໃນອານາຄົດ, ເຮັດແລ້ວດີຕໍ່ຈິດໃຈ, ເຮັດແລ້ວມີຄວາມສຸກ, ໄດ້ນຸ່ງເຄື່ອງງາມໆຄືໝູ່.
👉👉ຫຼັງຈາກທີ່ຮູ້ຈັກໂຕເອງແລ້ວວ່າເຮົາຕຸ້ຍຍ້ອນຫຍັງ (ຍ້ອນກິນຫວານ,ກິນມັນ,ກິນອາຫານບໍ່ມີປະໂຫຍດ) ແມ່ນີ້ກະເລີ້ມເລີຍມື້ທີ່ເລີ້ມຊ່ວງວັນທີ10/10/2019 ຄືຕັດຂອງຫວານແລະຂອງມັນ,ຂອງທອດ ກິນອາຫານປົກກະຕິເຄື່ອງເກົ່າແຕ່ຈາກທີ່ເຄີຍກິນນ້ຳຫວານທຸກມື້ແມ່ນງົດຄືບໍ່ກິນ (ແປບຊີ້, ຊາໄຂ່ມຸກ, ເຄື່ອງດື່ມສຳເລັດຮູບທຸກຊະນິດ) ເຄື່ອງດື່ມທຸກຊະນິດລວມທັງນົມສົດ, ໂຍເກິດ, ເພາະສີ່ງເຫຼົ້ານັ້ນມີນໍ້າຕານແອບແຝງມາຫຼາຍ ຈາກທີ່ເຮົາຈະກິນເອົາໂປຣຕຣິນເອົາຄຸນປະໂຫຍດຂອງມັນກັບໄດ້ໂທດມານຳ ໄດ້ນໍ້າຕານເຂົ້າມາແທນ ນໍ້າຕານຄືໂຕຮ້າຍທີ່ເຮັດໃຫ້ເກີດໄຂມັນສະສົມໃນຮ່າງກາຍ ຜູ້ຫຍິງເຮົາ ກິນນ້ຳຕານໄດ້ໃນມື້ໜື່ງບໍ່ໃຫ້ເກີນ 24gຫຼື(6ບ່ວງຊາ) ຕໍ່ມື້
😋(ສົມມຸດມື້ໜື່ງຕອນເຊົ້າເຮົາກິນໂຍເກິດໄຂມັນ0% 1ປ໋ອງມີນ້ຳຕານ10g ຕອນແລງນົມສົດໄຂມັນຕ່ຳ ແຕ່ມີນໍ້າຕານ16g ລວມນ້ຳຕານທີ່ເຮົາກິນເຂົ້າໄປໃນມື້ນັ້ນ 26g ຮ່າງກາຍໃຊ້ໄດ້ 24g ສ່ວນທີ່ເຫຼືອ2gເກັບໄປເປັນໄຂມັນສະສົມໃນຮ່າງກາຍສະສົມດົນໄປແຮງເຮັດໃຫ້ເຮົາຕຸ້ຍຂື້ນ ) ເພາະນ້ຳຕານຄືປັດໄຈຫລັກຂອງຄວາມຕຸ້ຍ ຮ້າຍແຮງກ່ອນເຮົາກິນໄຂມັນອີກ
👉ແລ້ວບາງຄົນມັກກິນແປບຊີ້ແລ້ວເຊົ່າກິນບໍ່ໄດ້ກະປ່ຽນໄປກິນ ແປບຊີ້ແມັກ,ໂຄ໊ກZero ແທນເພາະບໍ່ມີນ້ຳຕານບໍ່ມີແຄຣໂລລີ້ ກິນທຸກມື້ກະໄດ້ບໍ່ຕຸ້ຍ ບອກໄວ້ເລີຍວ່າຄິດຜິດ ຄັນຈະຕັດກະຕັດໃຫ້ຂາດຄົນທີ່ເຮັດແບບນັ້ນມັນເຮັດໃຫ້ເກີດຜົນເສຍໃຫ້ໂຕເຮົາເອງໃນໄລຍະຍາວ ເຮັດໃຫ້ເຮົາເປັນຕິດຫວານຂາດຫວານບໍ່ໄດ້ ເວລາເຮົາຈ່ອຍລົງ ເຮົາກະຈະເຜີໄປກິນແບບເກົ່າເຮັດໃຫ້ເຮົາຕຸ້ຍຄືນ ປລ: ຄັນໃຜທີ່ອົດບໍ່ໄດ້ແທ້ໆຊ່ວງລົດນ້ຳໜັກກະດົນໆເທື່ອ ໃຫ້ລາງວັນໂຕເອງ ແມ່ນີ້ກະມີລຸດຄືກັນຊ່ວງ20ມື້ແລກຈະລຸດກິນແປບຊີ້ຢູ່2ເທື່ອ ແຕ່ກິນບໍ່ຫມົດປ໋ອງ ກິນພໍຫາຍຢາກ ກິນບໍ່ໃຫ້ໂຕເອງມີຄວາມຄຽດ ແຕ່ຂອງທອດບໍ່ແຕະຕ້ອງອີ່ຫຼີ ເຊື່ອເລີຍຄັນອົດໄດ້ 60ມື້ຜ່ານໄປແມ່ໆລອງກັບໄປກິນອາຫານມັນ, ອາຫານຫວານ ບອກເລີຍວ່າກືນກິນຍາກ ຄືມີຄົນບັງຄັບໃຫ້ເຮົາກິນ ຝາກແມ່ໆໄປປະຕິບັດກັນແບບນີ້ເບີ່ງກ່ອນ ບໍ່ຟ້າວໃຈຮ້ອນວ່າຢາກຈ່ອຍໃນມື້ນີ້ມື້ດຽວ ຄັນເຮົາໃຈຮ້ອນກະຈະບໍ່ໄດ້ຜົນລັບທີ່ຍາວນານ ທີ່ເຄີຍເປັນຜ່ານມາ 20ມື້ແລກຈະງົດແຕ່ຂອງຫວານຂອງມັນຢ່າງດຽວກິນເຂົ້າປົກກະຕິ ອາຫານປະເພດຂົ້ວກະລ້ຽງນ້ຳມັນ ບໍ່ໄດ້ອອກກໍາລັງກາຍເລີຍປົກກະຕິກະບໍ່ໄດ້ອອກກຳລັງກາຍຢູ່ແລ້ວ ນ້ຳໜັກຫຼຸດລົງ 3Kg ຕາມຮູບຈ໋າ🏋️‍♀️⛹️‍♀️🤸‍♂️
👉ແມ່ຜູ້ໃດຈະປະຕິບັດ ໃຫ້ຊັ່ງນ້ຳໜັກໂຕເອງກ່ອນ ແລະ ແທກສັດສ່ວນຂອງໂຕເອງໄວ້ ຖ້າເປັນໄປໄດ້ຊັ່ງຊີງທີ່ປະມ້ວນຮ່າງກາຍຂອງເຮົາຈະບອກອົງປະກອບຮ່າງກາຍຕ່າງໆ ກ້າມເນື້ອ, ໄຂມັນ, ນ້ຳ ພະລັງງານທີ່ເຮົາໃຊ້ ຈະມີຕາມFitness ສ່ວນແມ່ນີ້ບໍ່ໄດ້ເຂົ້າ Fitness ເລີຍສັ່ງຊື້ຈາກປະເທດເພື່ອນບ້ານມາໃຊ້ເລີຍ ຕອນແລກກະບໍ່ຊື້ເສຍດ້າຍເງິນແຕ່ທີ່ຈິງມັນກະບໍ່ໄດ້ແພງ 1, # # #ບາດ ເລີຍໄດ້ມາເຈີ້ກັບຢູທູບເປີ້ທ່ານໜື່ງເພີ່ນບອກວ່າ ຄົນເຮົາຈະເຮັດສີ່ງທີ່ດີໃຫ້ໂຕເອງແຕ່ຄິດວ່າມັນແພງ ແຕ່ວ່າເຮົາຈະສີ່ງທີ່ບໍ່ດີໃຫ້ໂຕເອງກັບເບີ່ງວ່າຖືກ ຄືການໄປປ໋າຕີ້ສ້າງສັນກັບໝູ່ ໝົດເງິນຕໍ່ຄັ້ງບໍ່ຕ່ຳກວ່າ 200,000ກີບ ກັບເບີ່ງວ່າຖືກ ແມ່ນີ້ກະຈຸກເລີຍ ຊື້ໄວບໍ່ໄວ 5555 ແມ່ໃດເປັນຄືກັນແນ່. ສ່ວນຊີງແມ່ບໍ່ໄດ້ຂາຍເດີ້ ແຕ່ຖ້າແມ່ໆຕ້ອງການສັ່ງໃຫ້ໄດ້ ແຕ່ຂໍຄ່າຫີ້ວ200ບາດນະຈ໋ະ ຫຼື ສະດວກກະຊື້ໄດ້ເລີຍຢູ່ໄທ. (ຜົນດີທີ່ມີເປັນຂອງຕົນເອງກະຄືມັນຈະເກັບສະຖິຕິໃຫ້ເຮົາໃນແຕ່ລະມື້ແມ່ມີຮູບຢູ່ຂ້າງລ່າງລອງສຶກສາກັນໄດ້ເລີຍ)📉📈
ຝາກໃຫ້ປະຕິບັັດກັນມື້ນີ້ເລີຍເດີ້ ເພື່ອສຸຂະພາບຂອງເຮົາ Ep ຕໍ່ໄປແມ່ຈະມາບອກຂັ້ນຕອນຕໍ່ໄປອີກນະຈ໋ະ ມື້ນິຂໍຈົບທໍ່ນີ້ກ່ອນ ຝາກຕິດຕາມEpຕໍ່ໄປແນ່ເດີ້

01/04/2019

Ka-Brow ຄຣີມເຈວຂຽນຄີ້ວເມັດສີແນ່ນ! ຕິດດົນຕະຫລອດ24ຊົ່ວໂມງ ລາຄາ (490ບາດ) 💵
ປີໃໝ່ນີ້ຮັບປະກັນຄີ້ວຢູ່ແນ່ນອນ
#คิ้วสวย #คิ้วเบเนฟิต #ที่เขียนคิ้วกันน้ำ #คิ้วกันน้ำ #เขียนคิ้ว

Photos from Raza Sausage's post 29/03/2019

Benefit Gimme brow mascara (490฿)
ຂົນຄີ້ວຟຸ້ງແບບທຳມະຊາດ #ປີໃໝ່ຢາກລອດຕ້ອງGimmebrow
📌ມີເຄື່ອງພ້ອມສົ່ງ
ລາຄາຖືກກ່ອນ shop ໄທນະຈ໋ະ ເພາະເຮົາ ນຳເຂົ້າຈາກເມກາໂດຍຕົງ #ຢາກເປະຕ້ອງGimmebrowເດີ້

Photos from Raza Sausage's post 28/03/2019

ຂໍ💛💛💛ລົ່ວໆ ຖ້າຮັກ ເລື່ອງຄີ້ວຕ້ອງຍົກໃຫ້ benefit ລາຄາ (490ບາດ)
👉ມີເຄື່ອງພ້ອມສົ່ງເດີ້ລູກຄ້າ
#ສິນຄ້ານຳເຂົ້າຈາກເມກາ

Photos from Raza Sausage's post 26/03/2019

NYX Soft Matte Lip Cream (84,000₭)
ລິບສະຕິກເນື້ອແມດ ສີແນ່ນບໍ່ຫລຸດງ່າຍ ປີໃໝ່ນີ້ທາສີໃດກະລອດນະຈ໋ະ💄👄
01 Amsterdam
02 Stockholm
03 Tokyo
04 London
05 Antwerp
06 Istanbul
08 San paulo
12 Buenus Aires
14 Zurich
17 Ibiza

24/03/2019

ບັນຫາຄິວ!!!!ທີ່ເຈົ້າຫ້າມເລືອນຜ່ານ ໄກ່ງາມຍ້ອນຂົນຄົນງາມຍ້ອນຄິວ. ເລືອກແບບເລືອກຊົງທີເຈົ້າມັກ ແລະ ເຂົ້າບຸກຄະລີກຂອງເຈົ້າ ງາມໃນແບບຂອງເຈົ້າໄປກັບ Benefit BrowBar

Culinary Team

Attire

Telephone

Website

Address


Vientiane

Alerts

Be the first to know and let us send you an email when Raza Sausage posts news and promotions. Your email address will not be used for any other purpose, and you can unsubscribe at any time.

Subscribe

We will notify you when anything happens in Vientiane.