GoodSkin Clinic Acne
Contact information, map and directions, contact form, opening hours, services, ratings, photos, videos and announcements from GoodSkin Clinic Acne, Health/Beauty, Saphanthong Neua, Vientiane.
ຄລິນິກຮັກສາສິວ, ຫຼຸມສິວ, ຮອຍສິວ ແລະດູແລບັນຫາຜິວຄົບວົງຈອນ , ໃຊ້ນະວັດຕະກໍາທີ່ດີທີ່ສຸດໃນການຮັກສາສິວ ຜ່ານມາດຕະຖານ USFDA🇺🇸, CE🇪🇺 ຄວບຄູ່ກັບການດູແລໂດຍແພດ , ເຫັນຜົນຊັດເຈນພາຍໃນ1ຄອສ✅
31/08/2026
🔥 ເປັນຫຍັງຈຶ່ງບໍ່ຄວນຮີບເຮັດ CO₂ / Er:YAG / Fractional Laser ຖ້າສິວຍັງອັກເສບຢູ່ (Active Acne)?
ເລເຊີກຸ່ມ CO₂, Er:YAG ແລະ Fractional Resurfacing ເປັນເທັກໂນໂລຊີທີ່ມີປະໂຫຍດໃນການດູແລ ຫຼຸມສິວ, ຮອຍແຜເປັນ ແລະ ຜິວທີ່ບໍ່ລຽບເນຽນ ✨ ແຕ່ສິ່ງທີ່ສຳຄັນບໍ່ແພ້ການເລືອກຊະນິດຂອງເລເຊີ ກໍຄື “ຈັງຫວະເວລາທີ່ຜິວຢູ່ໃນສະພາບພ້ອມ” ⏳
ຫາກຜິວຍັງມີ Active Acne 🔴 ເຊັ່ນ ສິວແດງ, ສິວໜອງ ຫຼື ມີການອັກເສບຫຼາຍ ໃນຊ່ວງນີ້ຜິວມັກຈະມີ inflammatory response ຢູ່ແລ້ວ ແລະ Skin Barrier ອາດຈະໄວຕໍ່ການລະຄາຍເຄືອງຫຼາຍກວ່າປົກກະຕິ
ໃນຂະນະທີ່ເລເຊີກຸ່ມ Ablative / Fractional ເຮັດວຽກໂດຍສ້າງ Controlled Micro-injury ເທິງຜິວ ເພື່ອກະຕຸ້ນຂະບວນການຟື້ນຟູຊ່ອມແຊມຜິວ ແລະ ການສ້າງຄໍລາເຈນ 🧬 ຫາກເຮັດໃນຊ່ວງທີ່ຜິວຍັງອັກເສບຫຼາຍ ອາດເປັນການເພີ່ມພາລະການອັກເສບໃຫ້ກັບຜິວ ແລະ ໃນບາງຄົນອາດພົບວ່າ 👇
🔴 ສິວອັກເສບອາດເຫີ່ຫຼາຍຂຶ້ນ ຫຼື ຜິວແດງຫຼາຍຂຶ້ນ
🔥 ຜິວອາດລະຄາຍເຄືອງ, ແສບ ຫຼື ໄວຕໍ່ສິ່ງກະຕຸ້ນຫຼາຍຂຶ້ນ
🛡️ Skin Barrier ອາດອ່ອນແອລົງຊົ່ວຄາວ
🤎 ອາດມີໂອກາດເກີດ PIH ຫຼື ຮອຍດຳຫຼັງການອັກເສບຫຼາຍຂຶ້ນ ໂດຍສະເພາະໃນຜິວທີ່ເກີດຮອຍດຳໄດ້ງ່າຍ
⏳ ການຟື້ນຕົວຂອງຜິວອາດຊ້າກວ່າທີ່ຄວນ
ດັ່ງນັ້ນ ບໍ່ໄດ້ໝາຍຄວາມວ່າ CO₂ / Er:YAG / Fractional Laser ເປັນເລເຊີທີ່ບໍ່ດີ ❌ ກົງກັນຂ້າມ ເລເຊີກຸ່ມນີ້ສາມາດເປັນທາງເລືອກທີ່ມີປະໂຫຍດສຳລັບການຮັກສາຫຼຸມສິວ ແລະ ປັບ Texture ຂອງຜິວ ເມື່ອເລືອກຂໍ້ບົ່ງຊີ້, ລະດັບພະລັງງານ ແລະ ຊ່ວງເວລາໄດ້ຢ່າງເໝາະສົມ ✅
💡 ໂດຍທົ່ວໄປ ຄວນຄວບຄຸມສິວອັກເສບໃຫ້ສະຫງົບກ່ອນ, ຫຼຸດ Active Acne ໃນບໍລິເວນທີ່ຈະເຮັດ ແລະ ໃຫ້ Skin Barrier ຢູ່ໃນສະພາບທີ່ພ້ອມ ຈາກນັ້ນຈຶ່ງວາງແຜນຮັກສາ ຫຼຸມສິວ, ຮອຍແຜເປັນ ແລະ ຜິວບໍ່ລຽບເນຽນໃນຂັ້ນຕໍ່ໄປ
✨ Laser Timing Matters
ການເລືອກເລເຊີທີ່ເໝາະສົມ + ເຮັດໃນຈັງຫວະທີ່ຜິວພ້ອມ = ຊ່ວຍໃຫ້ການຮັກສາມີປະສິດທິຜົນ ແລະ ຫຼຸດຄວາມສ່ຽງຈາກຜົນຂ້າງຄຽງທີ່ບໍ່ຈຳເປັນ
👩🏻⚕️ ຄວນໃຫ້ແພດປະເມີນສະພາບຂອງສິວ, ຊະນິດຂອງຫຼຸມສິວ ແລະ ຄວາມພ້ອມຂອງຜິວ ກ່ອນເລືອກຫັດຖະການທຸກຄັ້ງ.
26/08/2026
🔥 ເປັນຫຍັງເລເຊີບາງຊະນິດ ອາດກະຕຸ້ນໃຫ້ “ສິວເຫີ່” ໄດ້?
ຫຼາຍຄົນອາດຄິດວ່າ ເລເຊີ = ຊ່ວຍໃຫ້ຜິວດີຂຶ້ນສະເໝີ ✨
ແຕ່ຄວາມຈິງແລ້ວ ຜົນລັບບໍ່ໄດ້ຂຶ້ນກັບພຽງແຕ່ວ່າ “ເຮັດເລເຊີຫຍັງ” ເທົ່ານັ້ນ — Timing ຫຼື ຈັງຫວະເວລາ ແລະ ສະພາບຜິວໃນຂະນະນັ້ນກໍສຳຄັນຫຼາຍ ⏳
ໂດຍສະເພາະໃນຊ່ວງທີ່ມີ Active Acne 🔴 ຫຼື ສິວກຳລັງອັກເສບ ຜິວມັກຈະມີພາວະອັກເສບຢູ່ແລ້ວ ແລະ Skin Barrier 🛡️ ຫຼື ເກາະປ້ອງກັນຜິວ ອາດອ່ອນແອ ຫຼື ໄວຕໍ່ການລະຄາຍເຄືອງຫຼາຍກວ່າປົກກະຕິ
ຫາກເຮັດເລເຊີ ຫຼື ຫັດຖະການທີ່ໃຊ້ພະລັງງານ ເຊິ່ງກໍ່ໃຫ້ເກີດ
🔥 ຄວາມຮ້ອນ
⚡ ການລະຄາຍເຄືອງ
🩹 Controlled Micro-injury (ການສ້າງບາດແຜຂະໜາດນ້ອຍແບບຄວບຄຸມ)
ຫຼາຍເກີນໄປໃນຊ່ວງນີ້ ອາດກະຕຸ້ນ inflammatory response ຫຼື ການຕອບສະໜອງຕໍ່ການອັກເສບໃຫ້ເພີ່ມຂຶ້ນ ແລະ ໃນບາງຄົນອາດພົບວ່າ 👇
🔴 ສິວອັກເສບເຫີ່ຫຼາຍຂຶ້ນ
🥵 ຜິວແດງ, ແສບ ຫຼື ລະຄາຍເຄືອງງ່າຍ
🛡️ Skin Barrier ຟື້ນຟູໄດ້ຊ້າລົງ
🟤 ຮອຍດຳຫຼັງການອັກເສບ (PIH) ອາດຊັດຂຶ້ນ ໂດຍສະເພາະໃນຜິວທີ່ເກີດຮອຍດຳໄດ້ງ່າຍ
💡 ເພາະສະນັ້ນ “ແຮງກວ່າ” ບໍ່ໄດ້ໝາຍຄວາມວ່າ “ດີກວ່າ”
ການຮັກສາສິວ ບໍ່ແມ່ນການເລືອກເທັກໂນໂລຊີທີ່ແຮງທີ່ສຸດ ຫຼື ທັນສະໄໝທີ່ສຸດ ແຕ່ແມ່ນການເລືອກໃຫ້ ເໝາະກັບໄລຍະຂອງສິວ + ສະພາບຜິວຂອງແຕ່ລະຄົນ 🧑🏻⚕️✨
ໃນຊ່ວງທີ່ສິວຍັງ Active ຫຼາຍ ອາດຄວນເນັ້ນ
🫧 ຄວບຄຸມການອັກເສບ
✨ ຫຼຸດການອຸດຕັນ
🛡️ ຟື້ນຟູ Skin Barrier
ກ່ອນຈະພິຈາລະນາເຮັດເລເຊີ ຫຼື ຫັດຖະການສຳລັບ ຮອຍສິວ, ຫຼຸມສິວ ແລະ ບັນຫາຜິວອື່ນໆ ໃນຈັງຫວະເວລາທີ່ເໝາະສົມ
🤍 Laser ບໍ່ໄດ້ຜິດ — ແຕ່ Timing ສຳຄັນ
ເພາະຜິວຂອງແຕ່ລະຄົນບໍ່ຄືກັນ ແລະ ສິວໃນແຕ່ລະໄລຍະກໍຕ້ອງການວິທີດູແລທີ່ແຕກຕ່າງກັນ 🌿
ເລືອກຫັດຖະການໃຫ້ເໝາະກັບຜິວ ແລະ ເຮັດໃນຈັງຫວະທີ່ເໝາະສົມ ເພື່ອໃຫ້ໄດ້ຜົນລັບທີ່ດີ ໂດຍບໍ່ກະຕຸ້ນຜິວຫຼາຍເກີນຄວາມຈຳເປັນ ✨
ຫຼຸມສິວ ເປັນຫຍັງບາງຄົນຮັກສາແລ້ວ ແຕ່ຜິວຍັງບໍ່ລຽບ? 🤔
ເປັນເພາະວ່າ ຮອຍຫຼຸມສິວແຕ່ລະຄົນບໍ່ຄືກັນ ບາງຫຼຸມຂອບຊັດ, ບາງຫຼຸມເລິກ ແລະບາງຫຼຸມມີ “ພັງຜືດ” ຢູ່ດ້ານລຸ່ມ ທີ່ດຶງຜິວໃຫ້ເປັນຫຼຸມ.
ເພາະສະນັ້ນ ການຮັກສາຮອຍຫຼຸມສິວທີ່ດີ ບໍ່ແມ່ນແຕ່ໃຊ້ເຄື່ອງມືຫຼືວິທີໃດໜື່ງແລ້ວຈົບ ແຕ່ຕ້ອງເບິ່ງກ່ອນວ່າ ຫຼຸມເປັນປະເພດແບບໃດ ແລະຄວນແກ້ຈຸດໃດ 🔎
ທີ່ GoodSkin Clinic ພວກເຮົາໃຊ້ ເຕັກນິກສະເພາະຂອງຄຣີນ້ກໃນການຮັກສາຮອຍຫຼຸມສິວແບບປະສົມຜະສານ ໂດຍເລືອກໃຊ້ຫຼາຍເຕັກນິກໃຫ້ເໝາະກັບບັນຫາຂອງແຕ່ລະຄົນ ເຊັ່ນເຄສນີ້:
🔹 Subcision
ເຂົ້າໄປຄາຍພັງຜືດທີ່ດຶງຜິວຢູ່ດ້ານລຸ່ມ ເພື່ອໃຫ້ບໍລິເວນທີ່ເປັນຫຼຸມສາມາດຍົກຕົວຂຶ້ນໄດ້
🔹 Microneedle RF
ໃຊ້ພະລັງງານລົງເລິກເຂົ້າໄປໃນຜິວ ເພື່ອກະຕຸ້ນການສ້າງ Collagen ຊ່ວຍໃຫ້ຜິວຄ່ອຍໆລຽບຂື້ນ ແລະສະເໝີກັນຫຼາຍຂຶ້ນ
🔹 ເກັບລາຍລະອຽດຂອງຂອບຫຼຸມ
ເພື່ອຈັດການຈຸດທີ່ຍັງເຫັນເປັນຮອຍ ຫຼື ຂອບຫຼຸມທີ່ຊັດ
ສະຫຼຸບງ່າຍໆກໍຄື ຮອຍຫຼຸມສິວແຕ່ລະຫຼຸມ ກໍຄືບັນຫາຄົນລະແບບ 😄 ຮູ້ກ່ອນວ່າເປັນຫຼຸມແບບໃດ ແລ້ວຄ່ອຍເລືອກວິທີຮັກສາໃຫ້ຕົງຈຸດ
ແລະຈຸດນີ້ສຳຄັນຫຼາຍ👇
ເຕັກນິກເຫຼົ່ານີ້ ບໍ່ແມ່ນວ່າທຸກຄົນຈະເຮັດໄດ້ຄືກັນ ແລະບໍ່ແມ່ນພຽງແຕ່ມີເຄື່ອງແລ້ວຈະສາມາດເຮັດໄດ້ຄືກັນ
ການປະເມີນຄວາມເລິກ, ທິດທາງຂອງພັງຜືດ, ຈຸດທີ່ຄວນຮັກສາ ລວມເຖິງການເລືອກວ່າຄວນໃຊ້ເຕັກນິກໃດຮ່ວມກັນ ຕ້ອງອາໄສປະສົບການ ແລະຄວາມເຂົ້າໃຈໂຄງສ້າງຂອງຜິວ.
ເພາະຖ້າວິເຄາະບໍ່ຕົງຈຸດ ຫຼືເລືອກເຕັກນິກບໍ່ເໝາະກັບຮອຍຫຼຸມ ກໍອາດ ບໍ່ເຫັນຜົນເທົ່າທີ່ຄວນ ຫຼື ເກີດບັນຫາກັບຜິວຕາມມາໄດ້
ນີ້ຈຶ່ງເປັນເຫດຜົນວ່າ ການຮັກສາຮອຍຫຼຸມສິວດ້ວຍເຕັກນິກແບບນີ້ ຄວນເຮັດກັບ ຜູ້ຊ່ຽວຊານທີ່ມີປະສົບການດ້ານການຮັກສາຮອຍຫຼຸມສິວໂດຍຕົງ🩺
ທີ່ GoodSkin Clinic ພວກເຮົາບໍ່ໄດ້ເບິ່ງພຽງແຕ່ວ່າ “ຈະໃຊ້ເຄື່ອງຫຍັງຫຼືວິທີໃດວິທີໜື່ງ”ແຕ່ເລີ່ມຈາກ ເບິ່ງກ່ອນວ່າຜິວມີບັນຫາຫຍັງ ແລ້ວຈຶ່ງເລືອກວິທີທີ່ເໝາະກັບຜິວນັ້ນ
ເພາະເປົ້າໝາຍບໍ່ແມ່ນພຽງແຕ່ເຮັດໃຫ້ຜິວເບິ່ງດີຂຶ້ນຫຼັງເຮັດ
ແຕ່ຄືການວາງແຜນໃຫ້ ແຕ່ລະຫຼຸມໄດ້ຮັບການຮັກສາຢ່າງຖືກວິທີ ຕັ້ງແຕ່ຕົ້ນ
📌 ຮູບປຽບທຽບໃນຄລິບ ແມ່ນຜົນລັບຫຼັງການຮັກສາປະມານ 3 ເດືອນ ແລະຈະຍັງດີຂື້ນຕື່ມ
ຜົນລັບຂອງແຕ່ລະຄົນອາດແຕກຕ່າງກັນ ຂຶ້ນກັບຊະນິດຂອງຮອຍຫຼຸມ, ຄວາມເລິກ, ສະພາບຜິວ ແລະການຕອບສະໜອງຕໍ່ການຮັກສາຂອງແຕ່ລະຄົນ.
#ຮັກສາຮອຍຫຼຸມສິວ #ຮອຍຫຼຸມສິວ
——————————————
❇️✨ ຫັດຖະການທຸກຢ່າງເເມ່ນໄດ້ມາດຕະຖານສາກົນ ✨ ມີເຄື່ອງມືທີ່ມີມາດຕະຖານ 🌍 USFDA 🇺🇸 CE 🇪🇺
❇️🔬💉 ເທັກນິກສະເພາະທາງມາດຕະຖານສາກົນ 🌟
❇️👩⚕️ ໝໍຜ່ານການຝຶກອົບຮົມສະເພາະທາງ 📜🎖️
📑 ມີໃບຢັ້ງຢືນບໍ່ຕ່ຳກວ່າ 6 ໃບ 🏆 💯
🌿 ດ້ານຜິວໜັງ, ເລເຊີ້, ປັບຮູບຫນ້າດ້ວຍ 💉✨ Filler, Botox 💎 ແລະ 🌈 Threadlift 🌟
❇️💆♀️💖 ທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ມີບໍລິການສະຫົວ FREE🙌
——————————————
💬ສາມາດຈອງຄິວ & ສອບຖາມຂໍ້ມູນເພີ່ມເຕີມ
🌐Facebook : GoodSkin Clinic
📱Tel & Whatsapp : +8562023697894
🌐 Tiktok : goodskin.clinic
——————————————
📅 Monday - Sunday
🕙 10:00 - 20:00
📍Ban Saphanthong Nuea , Sisattanak , Vientiane | ບ້ານ ສະພານທອງເໜືອ , ມ.ສີສັດຕະນາກ , ນະຄອນຫຼວງ
📌 https://maps.app.goo.gl/xwVnv9hpwFgRsAvG9?g_st=ic
13/07/2026
ສິວບໍ່ໄດ້ເກີດຈາກເຊື້ອແບັກທີເຣຍພຽງຢ່າງດຽວ
ສິວ (Acne Vulgaris) ແມ່ນພະຍາດອັກເສບຂອງຮູຂຸມຂົນແລະຕອມໄຂມັນ (Pilosebaceous Unit) ທີ່ເກີດຈາກຫຼາຍກົນໄກເຮັດວຽກຮ່ວມກັນ
ດັ່ງນັ້ນ ການຮັກສາສິວໃຫ້ມີປະສິດທິຜົນ ຈຶ່ງຕ້ອງຮັກສາທີ່ “ສາເຫດຂອງພະຍາດ” ບໍ່ແມ່ນພຽງແຕ່ເຮັດໃຫ້ສິວຫຼຸດລົງຊົ່ວຄາວ
4 ກົນໄກສຳຄັນຂອງການເກີດສິວ
① ຕອມໄຂມັນຜະລິດ Sebum ຫຼາຍຂຶ້ນ
ເມື່ອຜະລິດນ້ຳມັນຫຼາຍເກີນໄປ ຈະເຮັດໃຫ້ຮູຂຸມຂົນອຸດຕັນໄດ້ງ່າຍ ແລະເປັນສະພາບແວດລ້ອມທີ່ເໝາະສົມຕໍ່ການເກີດສິວ
② ຮູຂຸມຂົນອຸດຕັນ (Follicular Hyperkeratinization)
ເຊວຜິວພາຍໃນຮູຂຸມຂົນຜັດຕົວຜິດປົກກະຕິ ເຮັດໃຫ້ເກີດ Microcomedone ເຊິ່ງເປັນຈຸດເລີ່ມຕົ້ນຂອງສິວທຸກຊະນິດ ກ່ອນຈະພັດທະນາເປັນສິວຫົວຂາວ, ສິວຫົວດຳ ຫຼື ສິວອັກເສບ
③ Cutibacterium acnes ເພີ່ມຈຳນວນ
ເມື່ອຮູຂຸມຂົນອຸດຕັນ ເຊື້ອ Cutibacterium acnes ສາມາດເພີ່ມຈຳນວນ ແລະກະຕຸ້ນໃຫ້ເກີດການອັກເສບພາຍໃນຮູຂຸມຂົນ
④ ການອັກເສບຂອງຜິວໜັງ
ປັດຈຸບັນພົບວ່າ ການອັກເສບສາມາດເກີດຂຶ້ນໄດ້ຕັ້ງແຕ່ໄລຍະເລີ່ມຕົ້ນຂອງການເກີດສິວ ແລະເປັນສາເຫດສຳຄັນທີ່ເຮັດໃຫ້ເກີດສິວແດງ, ສິວໜອງ ແລະສິວອັກເສບ
⸻
ສິວແຕ່ລະຊະນິດ ມີວິທີຮັກສາແຕກຕ່າງກັນ
ສິວອຸດຕັນ (Comedonal Acne)
ເນັ້ນການຫຼຸດການອຸດຕັນຂອງຮູຂຸມຂົນ ແລະປັບການຜັດເຊວຜິວໃຫ້ເປັນປົກກະຕິ
ສິວອັກເສບ (Inflammatory Acne)
ເນັ້ນການຫຼຸດການອັກເສບ ຄວບຄຸມເຊື້ອ C. acnes ແລະຫຼຸດການຜະລິດນ້ຳມັນ
ສິວລະດັບປານກາງເຖິງຮຸນແຮງ
ມັກຈະຕ້ອງຮັກສາຫຼາຍກົນໄກຄວບຄູ່ກັນ ເພື່ອຄວບຄຸມພະຍາດ ແລະຫຼຸດການເກີດສິວໃໝ່
⸻
ຫຼັກການຮັກສາສິວໃນປັດຈຸບັນ
ແນວທາງການຮັກສາສິວສະໄໝໃໝ່ ມຸ່ງເນັ້ນການຄວບຄຸມທັງ 4 ກົນໄກຂອງການເກີດສິວ
✓ ຫຼຸດການຜະລິດໄຂມັນ (Sebum)
✓ ຫຼຸດການອຸດຕັນຂອງຮູຂຸມຂົນ
✓ ຄວບຄຸມການເພີ່ມຈຳນວນຂອງ C. acnes
✓ ຫຼຸດການອັກເສບຂອງຜິວໜັງ
ເນື່ອງຈາກສິວເປັນພະຍາດທີ່ເກີດຈາກຫຼາຍປັດໃຈ ການຮັກສາທີ່ຄອບຄຸມຫຼາຍກົນໄກຈຶ່ງຊ່ວຍຄວບຄຸມສິວໄດ້ຢ່າງມີ
ປະສິດທິພາບ
ສິວສາມາດຫາຍຂາດໄດ້ ຖ້າຮັກສາຖືກວິທີ ✨
ເຄສນີ້ເລີ່ມຈາກບັນຫາສິວອັກເສບ, ສິວຜື່ນ ແລະ ຮອຍສິວທີ່ເຫັນໄດ້ຊັດ ເຮັດໃຫ້ຜິວບໍ່ຮຽບນຽນ ແລະ ຂາດຄວາມໝັ້ນໃຈ
ຫຼັງຈາກໄດ້ຮັບການດູແລ ແລະ ຮັກສາຢ່າງຕໍ່ເນື່ອງ ດ້ວຍແຜນການຮັກສາທີ່ເໝາະກັບສະພາບຜິວ ສິວຄ່ອຍໆຫຼຸດລົງ, ການອັກເສບນ້ອຍລົງ, ຮອຍສິວຈາງລົງ ແລະ ຜິວໂດຍລວມເບິ່ງສຸຂະພາບດີຂຶ້ນຢ່າງເຫັນໄດ້ຊັດ 💙
ການຮັກສາສິວທີ່ດີ ບໍ່ແມ່ນພຽງແຕ່ເຮັດໃຫ້ສິວຍຸບໄວ ແຕ່ຕ້ອງຮັກສາໃຫ້ຖືກຈຸດ ເພື່ອຊ່ວຍຫຼຸດໂອກາດການເກີດຊ້ຳ ແລະ ປ້ອງກັນຮອຍສິວໃນລະຍະຍາວ
ເພາະສາເຫດຂອງສິວແຕ່ລະຄົນບໍ່ຄືກັນ ໃຫ້ເຮົາຊ່ວຍວິເຄາະ ແລະວາງແຜນການຮັກສາທີ່ເໝາະກັບແຕ່ລະບຸກຄົນ❤️
06/05/2026
🔎 ດັນສິວ VS ແພ້ຄຣີມ ແຕກຕ່າງກັນແນວໃດ?
ຮູ້ຫຼືບໍວ່າ.. ສິວທີ່ຂຶ້ນໃໝ່ ເກີດຈາກ “ດັນສິວ” ຫຼື “ແພ້ຄຣີມ” ມາເບິ່ງວິທີສັງເກດແບບງ່າຍໆ:
〰️〰️〰️〰️
🔹 ອາການດັນສິວ
✔️ມີທັງສິວອຸດຕັນ ແລະ ສິວອັກເສບຂຶ້ນມາ
✔️ຜິວອາດມີອາການແດງ ຫຼື ບວມນ້ອຍໆ
✔️ເກີດຈາກຕົວຢາເຮັດໃຫ້ຜິວຜັດເຊວໄວ ເຮັດໃຫ້ສິວທີ່ອຸດຕັນຢູ່ໃຕ້ຜິວ “ຖືກດັນຂຶ້ນ”
✔️ມັກເກີດໃນຊ່ວງແລກຂອງການຮັກສາສິວ (ປະມານ 1–2 ເດືອນ)
✔️ອາການຈະຄ່ອຍໆດີຂຶ້ນເມື່ອໃຊ້ຕໍ່ເນື່ອງ
☑️ ສະຫຼຸບ: ເປັນ “ຂັ້ນຕອນຂອງການຮັກສາ” ບໍ່ແມ່ນອາການແພ້
〰️〰️〰️〰️
🔹 ອາການແພ້ຄຣີມ
✔️ຜິວແສບ, ແດງ, ຄັນ ຫຼື ຮູ້ສຶກຮ້ອນ
✔️ອາດມີຜືນນ້ອຍໆ ຫຼື ບວມ
✔️ເກີດຫຼັງຈາກໃຊ້ສະກິນແຄຣ ຫຼື ຜະລິດຕະພັນໃໝ່
✔️ມັກເປັນບໍລິເວນກວ້າງ ບໍ່ແມ່ນສະເພາະຈຸດສິວ
☑️ ສະຫຼຸບ: ເປັນ “ການລະຄາຍເຄືອງ/ແພ້” ຄວນຢຸດໃຊ້ທັນທີ
〰️〰️〰️〰️
✳️ ສະຫຼຸບ
✔️ດັນສິວ = ສິວຂຶ້ນ ແຕ່ຢູ່ໃນຂັ້ນຕອນການຮັກສາ
✔️ແພ້ຄຣີມ = ແສບ ຄັນ ແດງ ຜິດປົກກະຕິ ຕ້ອງຢຸດໃຊ້
——————————————
❇️✨ ຫັດຖະການທຸກຢ່າງເເມ່ນໄດ້ມາດຕະຖານສາກົນ ✨ ມີເຄື່ອງມືທີ່ມີມາດຕະຖານ 🌍 USFDA 🇺🇸 CE 🇪🇺
❇️🔬💉 ເທັກນິກສະເພາະທາງມາດຕະຖານສາກົນ 🌟
❇️👩⚕️ ໝໍຜ່ານການຝຶກອົບຮົມສະເພາະທາງ 📜🎖️
📑 ມີໃບຢັ້ງຢືນບໍ່ຕ່ຳກວ່າ 6 ໃບ 🏆 💯
🌿 ດ້ານຜິວໜັງ, ເລເຊີ້, ປັບຮູບຫນ້າດ້ວຍ 💉✨ Filler, Botox 💎 ແລະ 🌈 Threadlift 🌟
❇️💆♀️💖 ທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ມີບໍລິການສະຫົວ FREE🙌
——————————————
💬ສາມາດຈອງຄິວ & ສອບຖາມຂໍ້ມູນເພີ່ມເຕີມ
🌐Facebook : GoodSkin Clinic
📱Tel & Whatsapp : +8562023697894
🌐 Tiktok : goodskin.clinic
——————————————
📅 Monday - Sunday
🕙 10:00 - 20:00
📍Ban Saphanthong Nuea , Sisattanak , Vientiane | ບ້ານ ສະພານທອງເໜືອ , ມ.ສີສັດຕະນາກ , ນະຄອນຫຼວງ
📌 https://maps.app.goo.gl/xwVnv9hpwFgRsAvG9?g_st=ic
28/04/2026
⚠️ ສິວຫາຍ ≠ ຢຸດຢາໄດ້
ຄວາມເຂົ້າໃຈຜິດທີ່ພົບເລື້ອຍທີ່ສຸດຄື ເຫັນຜິວດີຂຶ້ນແລ້ວຢຸດຢາເອງ ນັ້ນຄືຈຸດເລີ່ມຕົ້ນຂອງ “ສິວຮອບໃໝ່ທີ່ໜັກກວ່າເກົ່າ”
ຜິວທີ່ “ເຄີຍເປັນສິວແລ້ວ” ຍັງມີແນວໂນ້ມ:
🔸 ຜະລິດນໍ້າມັນຫຼາຍກວ່າຄົນທົ່ວໄປ
🔸 ອຸດຕັນງ່າຍກວ່າ
🔸 ໄວຕໍ່ສິ່ງກະຕຸ້ນທຸກຊະນິດ
ສິ່ງທີ່ຖືກຕ້ອງຫຼັງສິວຫາຍ ຄືປ່ຽນມາໃຊ້ ຢາບຳລຸງຮັກສາ (Maintenance) ທີ່ອອກແບບມາເພື່ອ:
✔️ ຄວບຄຸມຄວາມມັນໃຫ້ສົມດຸນ
✔️ ຫຼຸດການອຸດຕັນຕັ້ງແຕ່ຕົ້ນ
✔️ ປ້ອງກັນສິວໃໝ່ກ່ອນຈະເກີດ
✔️ ດູແລຜິວຍາວໆ ໂດຍບໍ່ຕ້ອງລຸ້ນສິວກັບມາ
💚ເປັນຫຍັງຕ້ອງເລືອກ Goodskin Clinic Acne ?
💬 “ເຮົາ Focus ຜົນລັບຈິງ ຕັ້ງແຕ່ເລີ່ມຕົ້ນຈົນຈົບ”
ການຮັກສາສິວທີ່ Goodskin ບໍ່ແມ່ນ Process ແບບ One-Time ແຕ່ເປັນການຮັກສາ ຢ່າງຍາວໄກ ດ້ວຍລະບົບ:
🔹 ວິເຄາະຜິວຢ່າງລະອຽດກ່ອນທຸກຄັ້ງ
🔹 ໃຊ້ເທັກໂນໂລຊີ ແລະ ອຸປະກອນມາດຕະຖານ US FDA, CE
🔹 ປັບແຜນການຮັກສາຕາມຄວາມເໝາະສົມ ບໍ່ໃຊ້ສູດສຳເລັດຮູບ
🔹 ມີທີມຕິດຕາມຜົນ ແລະ ໃຫ້ຄຳປຶກສາຕໍ່ເນື່ອງ
——————————————
❇️✨ ຫັດຖະການທຸກຢ່າງເເມ່ນໄດ້ມາດຕະຖານສາກົນ ✨ ມີເຄື່ອງມືທີ່ມີມາດຕະຖານ 🌍 USFDA 🇺🇸 CE 🇪🇺
❇️🔬💉 ເທັກນິກສະເພາະທາງມາດຕະຖານສາກົນ 🌟
❇️👩⚕️ ໝໍຜ່ານການຝຶກອົບຮົມສະເພາະທາງ 📜🎖️
📑 ມີໃບຢັ້ງຢືນບໍ່ຕ່ຳກວ່າ 6 ໃບ 🏆 💯
🌿 ດ້ານຜິວໜັງ, ເລເຊີ້, ປັບຮູບຫນ້າດ້ວຍ 💉✨ Filler, Botox 💎 ແລະ 🌈 Threadlift 🌟
❇️💆♀️💖 ທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ມີບໍລິການສະຫົວ FREE🙌
——————————————
💬ສາມາດຈອງຄິວ & ສອບຖາມຂໍ້ມູນເພີ່ມເຕີມ
🌐Facebook : GoodSkin Clinic
📱Tel & Whatsapp : +8562023697894
🌐 Tiktok : goodskin.clinic
——————————————
📅 Monday - Sunday
🕙 10:00 - 20:00
📍Ban Saphanthong Nuea , Sisattanak , Vientiane | ບ້ານ ສະພານທອງເໜືອ , ມ.ສີສັດຕະນາກ , ນະຄອນຫຼວງ
📌 https://maps.app.goo.gl/xwVnv9hpwFgRsAvG9?g_st=ic
24/03/2026
🔎ຫຼຸມສິວແບບໃດ…ຈຶ່ງເໝາະກັບການເຮັດ Subcision?
ຫຼຸມສິວບໍ່ໄດ້ມີແຕ່ຊະນິດດຽວ ແລະກໍບໍ່ແມ່ນທຸກຊະນິດ ຈະຮັກສາດ້ວຍວິທີດຽວກັນໄດ້✅
Subcision ແມ່ນຫັດຖະການທີ່ຊ່ວຍ “ຕັດພັງຜືດໃຕ້ຜິວ”
ຊຶ່ງເປັນສາເຫດໜຶ່ງທີ່ດຶງໃຫ້ຜິວເປັນຫຼຸມ , ເໝາະກັບຫຼຸມສິວທີ່ເປັນແອ່ງ ຫຼືຖືກດຶງຮັ້ງໄວ້ຈາກຂ້າງໃຕ້ຜິວ ເຊັ່ນ:
✔️Rolling scar ຫຼຸມສິວແບບເປັນຄື້ນ ຜິວບໍ່ຮຽບ
✔️Boxcar scar ຫຼຸມສິວຂອບຊັດ ເປັນແອ່ງຕື້ນ-ປານກາງ
✔️ຫຼຸມສິວບາງປະເພດ ທີ່ມີພັງຜືດໃຕ້ຜິວຮ່ວມດ້ວຍ
〰️〰️〰️〰️〰️〰️
⭐️ ຂໍ້ດີຂອງ Subcision
✔️ຊ່ວຍປົດພັງຜືດທີ່ດຶງຮັ້ງຜິວ
✔️ເຮັດໃຫ້ຫຼຸມສິວເບິ່ງຕື້ນຂຶ້ນ
✔️ຊ່ວຍໃຫ້ການຮັກສາອື່ນໆເຫັນຜົນດີຂຶ້ນ (ເຊັ່ນ ເລເຊີ ຫຼື biostimulator)
✔️ເໝາະກັບການວາງແຜນຮັກສາແບບສະເພາະຕົວ
〰️〰️〰️〰️〰️〰️
❗️ສິ່ງທີ່ສຳຄັນຫຼາຍ
ຫຼຸມສິວແຕ່ລະຄົນບໍ່ຄືກັນ ! ການຮັກສາໃຫ້ເຫັນຜົນດີ ຄວນໃຫ້ໝໍປະເມີນກ່ອນ ວ່າເປັນຫຼຸມປະເພດໃດ ແລະຄວນໃຊ້ວິທີໃດຮ່ວມກັນຮັກສາ (combination technique)
ຖ້າຢາກໃຫ້ຫຼຸມສິວດີຂຶ້ນແບບຕົງຈຸດ ຕ້ອງເລີ່ມຈາກການປະເມີນໃຫ້ຖືກຕ້ອງ✅
〰️〰️〰️〰️〰️〰️
✨ເທັກນິກແລະການຮັກສາຂອງ Goodskin Clinic
ເຮົາບໍ່ໄດ້ພຽງແຕ່ເຮັດ Subcision ແບບທົ່ວໄປ , ແຕ່ພວກເຮົາເນັ້ນການອອກແບບການຮັກສາສະເພາະບຸກຄົນ ເພື່ອແກ້ບັນຫາໃຫ້ຕົງຈຸດທີ່ສຸດ
✔️ວິເຄາະປະເພດຫຼຸມສິວລະອຽດ (Rolling / Boxcar / ຜະສົມ/Icepick)
✔️ຜ່ານການtraining ຕັດພັງຜືດສະເພາະທາງ ມີຄວາມເຂົ້າໃຈຊັ້ນຜິວ ສາມາດຕັດໄດ້ຢ່າງແມ່ນຍຳ
✔️ຜະສົມເທັກນິກອື່ນໆເຂົ້າຮ່ວມ(combination technique) ເພື່ອໃຫ້ຜົນອອກມາດີຍີ່ງຂຶ້ນ
✔️ໃຊ້ອຸປະກອນ ແລະ ຢາ ທີ່ຜ່ານມາດຕະຖານ (USFDA / CE/ KFDA / THFDA)
〰️〰️〰️〰️〰️〰️
♦️ເປັນຫຍັງຕ້ອງເລືອກຄລິນິກທີ່ໄດ້ມາດຕະຖານ
Subcision ເປັນຫັດຖະການທີ່ຕ້ອງໃຊ້ທັກສະສູງ
ຖ້າເຮັດຜິດວິທີ ອາດເກີດຜົນຂ້າງຄຽງໄດ້ ເຊັ່ນ:
✔️ຜິວບໍ່ນຽນ ເປັນຄື້ນຫຼາຍກວ່າເກົ່າ
✔️ຕັດພັງຜືດບໍ່ໝົດ ເຮັດໃຫ້ຜົນບໍ່ຊັດ(ສ່ຳບໍ່ຕັດ)
✔️ເກີດພັງຜືດໃໝ່ ຫຼື ຮອຍຊ້ຳ ນູນ
ມີຫຼາຍເຄສທີ່ “ໜ້າພັງ” ບໍ່ແມ່ນເພາະວິທີການຮັກສາບໍ່ດີ ແຕ່ເປັນເພາະເລືອກບ່ອນຮັກສາຜິດ
ເຮົາຢາກຝາກເຕືອນວ່າ ຢ່າເບິ່ງແຕ່ລາຄາ ແຕ່ໃຫ້ເບິ່ງທີ່ມາດຕະຖານ ແລະ ຄວາມປອດໄພເປັນຫຼັກ💕
——————————————
❇️✨ ຫັດຖະການທຸກຢ່າງເເມ່ນໄດ້ມາດຕະຖານສາກົນ ✨ ມີເຄື່ອງມືທີ່ມີມາດຕະຖານ 🌍 USFDA 🇺🇸 CE 🇪🇺
❇️🔬💉 ເທັກນິກສະເພາະທາງມາດຕະຖານສາກົນ 🌟
❇️👩⚕️ ໝໍຜ່ານການຝຶກອົບຮົມສະເພາະທາງ 📜🎖️
📑 ມີໃບຢັ້ງຢືນບໍ່ຕ່ຳກວ່າ 6 ໃບ 🏆 💯
🌿 ດ້ານຜິວໜັງ, ເລເຊີ້, ປັບຮູບຫນ້າດ້ວຍ 💉✨ Filler, Botox 💎 ແລະ 🌈 Threadlift 🌟
❇️💆♀️💖 ທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ມີບໍລິການສະຫົວ FREE🙌
——————————————
💬ສາມາດຈອງຄິວ & ສອບຖາມຂໍ້ມູນເພີ່ມເຕີມ
🌐Facebook : GoodSkin Clinic
📱Tel & Whatsapp : +8562023697894
🌐 Tiktok : goodskin.clinic
——————————————
📅 Monday - Sunday
🕙 10:00 - 20:00
📍Ban Saphanthong Nuea , Sisattanak , Vientiane | ບ້ານ ສະພານທອງເໜືອ , ມ.ສີສັດຕະນາກ , ນະຄອນຫຼວງ
📌 https://maps.app.goo.gl/xwVnv9hpwFgRsAvG9?g_st=ic
19/03/2026
🔍 ເຂົ້າໃຈ “ຮອຍສິວ” ໃຫ້ຖືກ ກ່ອນຮັກສາໃຫ້ຫາຍຈິງ
ຫຼາຍຄົນເຂົ້າໃຈວ່າ “ຮອຍສິວ” ຄືກັນຫັນລະ.!
ແຕ່ຄວາມເປັນຈິງແລ້ວ ຮອຍສິວແບ່ງອອກເປັນ 2 ປະເພດຫຼັກ
ແລະແຕ່ລະປະເພດ ມີວິທີດູແລທີ່ແຕກຕ່າງກັນ.
🔴 PIE – ຮອຍແດງຫຼັງສິວ
(Post-Inflammatory Erythema)
ເກີດຈາກ “ການອັກເສບ” ຂອງສິວ ເຮັດໃຫ້ເສັ້ນເລືອດໃຕ້ຜິວຂະຫຍາຍຕົວ
✔ ລັກສະນະ: ສີບົວ, ແດງ ຫຼື ແດງອົມມ່ວງ
✔ ພົບໄດ້ຊັດໃນຄົນຜິວຂາວ ຫຼື ຜິວບາງ
✔ ບໍ່ແມ່ນເມັດສີ ແຕ່ເປັນເລື່ອງຂອງ “ເສັ້ນເລືອດ”
👉 ຈຸດສຳຄັນ:
ຮອຍແດງປະເພດນີ້ ບໍ່ໄດ້ເກີດຈາກເມັດສີ ແຕ່ເກີດຈາກລະບົບໄຫຼວຽນເສັ້ນເລືອດໃຕ້ຜິວ
📌 ແນວທາງການດູແລ
✔️ຫຼຸດການອັກເສບຕັ້ງແຕ່ຕົ້ນ
✔️ໃຊ້ເລເຊີກຸ່ມຊ່ວຍຫຼຸດຮອຍແດງ
✔️ຫຼີກລ້ຽງການແກະ ຫຼື ບີບສິວ
⚫ PIH – ຮອຍດຳຫຼັງສິວ
(Post-Inflammatory Hyperpigmentation)
ເກີດຈາກຜິວຜະລິດ “ເມັດສີ (Melanin)” ຫຼາຍເກີນໄປ
ຫຼັງຈາກການອັກເສບ
✔ ລັກສະນະ: ສີນ້ຳຕານ, ເທົາ ຫຼື ດຳ
✔ ພົບໄດ້ຫຼາຍໃນຄົນອາຊີ
✔ ເກີດຈາກ Melanocyte ເຮັດວຽກຫຼາຍເກີນໄປ
👉 ຈຸດສຳຄັນ:
ຍິ່ງສິວອັກເສບຮຸນແຮງ → ຍິ່ງເກີດຮອຍດຳງ່າຍ
📌 ແນວທາງການດູແລ
✔️ໃຊ້ສານຫຼຸດເມັດສີ (Brightening / Depigmenting)
✔️ທາຄຣີມກັນແດດເປັນປະຈຳ (ສຳຄັນຫຼາຍ)
✔️ເຮັດທຣີດເມັນຊ່ວຍຜັດເຊວຜິວ
✔️ເລເຊີກຸ່ມ Pico
💡 ສິ່ງທີ່ຫຼາຍຄົນຜິດພາດ
“ປ່ອຍໃຫ້ສິວຫາຍເອງ” = ເພີ່ມຄວາມສ່ຽງເກີດຮອຍຖາວອນ
✔ ຍິ່ງເຮັດໃຫ້ສິວອັກເສບ
✔ ຖິ້ມຮອຍລຶກ ແລະ ຖາວອນ
✔ ບາງກໍລະນີ ກາຍເປັນຫຼຸມສິວ(ຍີ່ງຮັກສາຢາກ)
——————————————
❇️✨ ຫັດຖະການທຸກຢ່າງເເມ່ນໄດ້ມາດຕະຖານສາກົນ ✨ ມີເຄື່ອງມືທີ່ມີມາດຕະຖານ 🌍 USFDA 🇺🇸 CE 🇪🇺
❇️🔬💉 ເທັກນິກສະເພາະທາງມາດຕະຖານສາກົນ 🌟
❇️👩⚕️ ໝໍຜ່ານການຝຶກອົບຮົມສະເພາະທາງ 📜🎖️
📑 ມີໃບຢັ້ງຢືນບໍ່ຕ່ຳກວ່າ 6 ໃບ 🏆 💯
🌿 ດ້ານຜິວໜັງ, ເລເຊີ້, ປັບຮູບຫນ້າດ້ວຍ 💉✨ Filler, Botox 💎 ແລະ 🌈 Threadlift 🌟
❇️💆♀️💖 ທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ມີບໍລິການສະຫົວ FREE🙌
——————————————
💬ສາມາດຈອງຄິວ & ສອບຖາມຂໍ້ມູນເພີ່ມເຕີມ
🌐Facebook : GoodSkin Clinic
📱Tel & Whatsapp : +8562023697894
🌐 Tiktok : goodskin.clinic
——————————————
📅 Monday - Sunday
🕙 10:00 - 20:00
📍Ban Saphanthong Nuea , Sisattanak , Vientiane | ບ້ານ ສະພານທອງເໜືອ , ມ.ສີສັດຕະນາກ , ນະຄອນຫຼວງ
📌 https://maps.app.goo.gl/xwVnv9hpwFgRsAvG9?g_st=ic
24/02/2026
✨ ສິວຜົດ VS ສິວອຸດຕັນ ແຕກຕ່າງກັນແນວໃດ? ✨
ຫຼາຍຄົນມັກສັບສົນລະຫວ່າງ ສິວຜົດ ແລະ ສິວອຸດຕັນ ເນື່ອງຈາກລັກສະນະຄ້າຍກັນ ແຕ່ແທ້ຈິງແລ້ວ ສາເຫດ ແລະ ວິທີການຮັກສາແຕກຕ່າງກັນເລີຍ ຖ້າເຂົ້າໃຈຜິດ ອາດຈະເຮັດໃຫ້ຮັກສາບໍ່ຕົງຈຸດ ແລະ ສິວກໍກັບມາເປັນຊ້ຳອີກ.
🔎 ສິວຜົດ (Fungal Acne/Heat Rash)
— ລັກສະນະ: ເມັດນ້ອຍໆຄ້າຍຜື່ນ ມັກຂຶ້ນກະຈາຍທົ່ວໜ້າ ໂດຍສະເພາະຢູ່ ຫນ້າຜາກ ແກ້ມ ຫຼື ຂມັບ
— ເວລາຈັບ: ຮູ້ສຶກເປັນເມັດຕະປຸ່ມຕະປ່ຳ ແຕ່ບໍ່ແຂງຫຼາຍ
— ສາເຫດ: ເກີດຈາກເຊື້ອຍີສ ຄວາມອັບຊື້ນ ເຫື່ອ ຫຼື ໃຊ້ຜະລິດຕະພັນທີ່ກໍໃຫ້ຜິວອຸດຕັນ
— ຈຸດເດັ່ນ: ຜິວຈະເບີ່ງດູບໍ່ລຽບນຽນ ເປັນຜື່ນແດງ ຄັນງ່າຍ
🔎 ສິວອຸດຕັນ (Comedones)
— ລັກສະນະ: ຕຸ່ມນ້ອຍໆແຂງຢູ່ໃຕ້ຜິວ ບໍ່ຄັນ ບໍ່ແດງຊັດ
— ເວລາຈັບ: ຮູ້ສຶກເປັນກ້ອນນ້ອຍໆ ຢູ່ໃນຜິວ
— ສາເຫດ: ເກີດຈາກການອຸດຕັນຂອງຄວາມມັນສ່ວນເກີນຮ່ວມກັບເຊວຜິວທີ່ຕາຍແລ້ວ ຫຼື ເຄື່ອງສຳອາງທີ່ລ້າງບໍ່ສະອາດ
— ຈຸດເດັ່ນ: ມັກຂຶ້ນໃນບ່ອນທີ່ມີຄວາມມັນຫຼາຍ ເຊັ່ນ ຫນ້າຜາກ ຄາງ ແລະ ຂ້າງດັງ (T Zone)
💡 ສະຫຼຸບ
— ສິວຜົດ → ເກີດຈາກ “ຄວາມອັບຊື້ນ-ເຊື້ອຣາ-ຜິວລະຄາຍເຄື່ອງ”
— ສິວອຸດຕັນ → ເກີດຈາກ “ການອຸດຕັນຂອງຮູຂຸມຂົນ ແລະ ນ້ຳມັນສ່ວນເກີນ”
📌 ເຄັດລັບການດູແລເບື້ອງຕົ້ນ
— ສິວຜົດ: ເນັ້ນຮັກສາຄວາມສະອາດ ຫຼີກລ້ຽງຄວາມອັບຊື້ນ ໃຊ້ສະກິນແຄຣເນື້ອບາງເບົາ
— ສິວອຸດຕັນ: ເນັ້ນການລ້າງໜ້າໃຫ້ສະອາດ ໃຊ້ຜະລິດຕະພັນຊ່ວຍຜຣັດເຊວຜິວ ແລະ ຄວນເຂົ້າຄຣີນິກເພື່ອກົດສິວອອກເມື່ອມີການອຸດຕັນຫຼາຍ
✅ ການເຂົ້າໃຈຄວາມແຕກຕ່າງ ຈະຊ່ວຍໃຫ້ດູແລຜິວໄດ້ຖືກຈຸດ ແລະ ຫຼຸດການເປັນສິວຊ້ຳ Goodskin Clinic ພ້ອມໃຫ້ຄຳປຶກສາ ແລະ ແນະນຳການຮັກສາສິວໃຫ້ເໝາະກັບສະພາບຜິວຕາມແຕ່ລະບຸກຄົນ❤️
Click here to claim your Sponsored Listing.
Category
Address
Saphanthong Neua
Vientiane